(ພາບ: vtv.vn/)
(vovworld) – ຈຳນວນຜູ້ຕິດເຊື້ອໄວຣັດໄຂ້ຫວັດສັດປີກ H7N9 ຢູ່ຈີນ ສືບຕໍ່ເພີ່ມຂຶ້ນ. ຕາມຕົວເລກສະຖິຕິຂອງບັນດາອົງການສາທາລະນະສຸກທີ່ປະກາດໃນວັນທີ 21/04, ໄດ້ມີ 2 ກໍລະນີເສຍຊີວິດຍ້ອນຕິດເຊື້ອໄວຣັດໄຂ້ຫວັດສັດປີກ H7N9 ນີ້ຢູ່ແຂວງ ເຈຈຽງ, ຍົກຈຳນວນຜູ້ເສຍຊີວິດໃນທົ່ວປະເທດຂຶ້ນເປັນ 20 ຄົນ. ແຈ້ງການຂອງພະແນກສາທາລະນະສຸກແຂວງ ເຈຈຽງ ໃຫ້ຮູ້ວ່າມີຜູ້ຊາຍຄົນໜຶ່ງອາຍຸ 79 ປີ ຕິດເຊື້ອໄວຣັດໄຂ້ຫວັດສັດປີກ H7N9 ເສຍຊີວິດໃນຕອນເຊົ້າວັນທີ 21/04, ໃນເວລາເກືອບ 2 ອາທິດພາຍຫຼັງເຂົ້າໂຮມໝໍດ້ວຍບັນດາອາການໄຂ້ຫວັດ, ຜູ້ຍິງຄົນໜຶ່ງອາຍຸ 62 ປີຢູ່ນະຄອນ ຫູເຈົາ ຂອງແຂວງນີ້ ເສຍຊີວິດໃນຕອນຄໍ່າວັນທີ 20/04, ພາຍຫຼັງທີ່ໄດ້ຮັບການປິ່ນປົວເປັນພິເສດຢູ່ໂຮງໝໍຍ້ອນຕິດເຊື້ອໄວຣັດໄຂ້ຫວັດສັດປີກ H7N9. ໃນຈຳນວນ 101 ຄົນຕິດໄວຣັດໄຂ້ຫວັດສັດປີກ H7N9 ໃນທົ່ວປະເທດ, ປະຈຸບັນມີ 4 ຄົນພວມຢູ່ໃນສະພາບການທີ່ປິ່ນປົວພິເສດ. ວົງການສາທາລະນະສຸກຈີນ ໃຫ້ຮູ້ວ່າ ບັນດາກໍລະນີຕິດໄວຣັດໄຂ້ຫວັດສັດປີກ H7N9 ມີລັກສະນະສະເພາະ ແລະ ບໍ່ມີສັນຍານທີ່ຕິດແປດຈາກຄົນສູ່ຄົນ.