(vovworld) - ທ່ານລັດຖະມົນຕີການຕ່າງປະເທດລາວ ບຸນເກີດ ສັງສົມສັກ ໃຫ້ຮູ້ວ່າ ກອງປະຊຸມສຸດຍອດເວທີປາໄສຮ່ວມມືອາຊີ - ເອີລົບຄັ້ງທີ 9 (ASEM 9) ຈະໄດ້ຈັດຂຶ້ນຢູ່ລາວໃນເດືອນ 11 ຈະມາເຖິງ. ມາຮອດປະຈຸບັນ, ວຽກງານກະກຽມໃຫ້ແກ່ກອງປະຊຸມໄດ້ຮັບການສຳເລັດໂດຍພື້ນຖານແລ້ວ. ປະຈຸບັນມີ 35 ປະເທດຢັ້ງຢືນເຂົ້າຮ່ວມກອງປະຊຸມ. ທີ່ກອງປະຊຸມບັນດາເຈົ້າໜ້າທີ້ຂັ້ນສູງ (SOM) ທີ່ພວມດຳເນີນຢູ່ນະຄອນຫຼວງວຽກຈັນ, ບັນດາຜູ້ແທນໄດ້ເປັນເອກະພາບຕໍ່ເອກະສານບາງສະບັບທີ່ຍືນສະເໜີຕໍ່ກອງປະຊຸມສຸດຍອດອາຊີ - ເອີລົບ, ປຶກສາຫາລືກ່ຽວກັບກົນໄກຂອງ ASEM ແລະ ເປີດກວ້າງບັນດາສະມາຊິກໃນອະນາຄົດ.