(vovworld) - ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ພາຍຫຼັງ 3 ເດືອນ ຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ, ຄຳສັ່ງຂອງກົມການເມືອງ ກ່ຽວກັບການຈັດຕັ້ງຮັບເອົາຄຳເຫັນຂອງປະຊາຊົນກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ມີກ່ວາ 26 ລ້ານຄຳເຫັນຂອງອົງການ, ອົງການຈັດຕັ້ງ, ສ່ວນບຸກຄົນ ທີ່ປະກອບໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ດ້ວຍ ການຈັດກອງປະຊຸມກອງປະຊຸມ, ກອງປະຊຸມສຳມະນາ, ການໂອ້ລົມສົນທະນາຮັບເອົາຄຳເຫັນປະກອບຈຳນວນ 28.140 ຄັ້ງ. ໂດຍພື້ນຖານແລ້ວ, ປະຊາຊົນໄດ້ເຫັນດີກັບບັນດາເນື້ອໃນຂອງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໂດຍຄະນະກຳມະການປັບປຸງລັດຖະທຳມະນູນປະກາດ, ພ້ອມທັງ, ມີຄຳເຫັນຫຼາຍຂໍ້ລະອຽດປະກອບໃສ່ບັນດາພາກ, ໝວດ, ມາດຕາຂອງຮ່າງລັດຖະທຳມະນູນ.