ມີການເຄື່ອນໄຫວວັດທະນະທຳຫລາຍຢ່າງທີ່ງານບຸນຕົວຫນັງສືລະດູບານໃຫມ່ປີລະກາ2017
ແຕ້ມຕົວຫນັງສືໃນລະດູບານໃຫມ່
|
(vovworld)- ນອກຈາກສອງເນື້ອໃນຕົ້ນຕໍ ນັ້ນແມ່ນງານວາງສະແດງ ຕົວຫນັງສື ແລະ ການເຄື່ອນໄຫວແຕ້ມຕົວຫນັງສື, ງານບຸນຕົວຫນັງສືລະດູບານໃຫມ່ປີລະກາ2017 ຍັງມີການເຄື່ອນໄຫວຫລາຍຢ່າງ ແນະນຳຄຸນຄ່າວັດທະນະທຳພື້ນເມືອງຂອງຊາດຫວຽດນາມ. ທີ່ການປະຊຸມຂ່າວຊື່ງດຳເນີນໃນຕອນບ່າຍວັນທີ 16/1 ຢູ່ ຮ່າໂນ້ຍ, ຄະນະຈັດຕັ້ງໃຫ້ຮູ້ວ່າ: ງານບຸນ ຕົວຫນັງສືລະດູບານໃຫມ່ປີລະກາ 2017 ຈະດຳເນີນແຕ່ວັນທີ 21/1-11/2 ໂດຍມີການເຂົ້າຮ່ວມຂອງຜູ້ມີຄວາມສາມາດແຕ້ມຕົວຫນັງສື ຈີນ - ຫວຽດບູຮານ ແລະ ຫວຽດນາມ. ໃນງານບຸນດັ່ງກ່າວ ຍັງວາດພາບເຮືອນບູຮານຢູ່ເຂດບ້ານນາພາກເຫນືອຫວຽດນາມ ແລະ ວາງສະແດງບັນດາຜະລິດຕະພັນໝູ່ບ້ານອາຊີບ ຮ່າໂນ້ຍ, ວາງສະແດງພາບພື້ນເມືອງ ແລະ ອື່ນໆ.