ເສື້ອຍາວຫວຽດນາມວາງສະແດງໃນງານບຸນ
|
(vovworld)- ງານບຸນເສື້ອຍາວນະຄອນໂຮ່ຈິມີນ ປີ 2017 ຈະດຳເນີນໄປແຕ່ວັນທີ 3-17/3 ເພື່ອເຊີດຊູຄວາມງາມຂອງແມ່ຍິງ ນະຄອນ ພ້ອມທັງປະກອບສ່ວນໃນການອະນຸລັກຮັກສາ, ເສີມຂະຫຍາຍ ແລະ ໂຄສະນາສິ່ງຍອດຢ້ຽມຂອງວັດທະນະທຳຫວຽດນາມ ຜ່ານຮູບພາບເສື້ອຍາວ. ທີ່ການປະຊຸມກ່ຽວກັບເຫດການດັ່ງກ່າວໃນຕອນເຊົ້າວັນທີ 23/2, ຄະນະຈັດຕັ້ງໃຫ້ຮູ້ວ່າ: ດ້ວຍຫົວຂໍ້ “ຄວາມງາມຂອງເສື້ອຍາວນະຄອນໂຮ່ຈີມີນ”, ໃນງານບຸນໄດ້ດຳເນີນການເຄື່ອນໄຫວຫລາຍຢ່າງເພື່ອແນໃສ່ສົ່ງສານກ່ຽວກັບຄວາມງາມຂອງເສື້ອຍາວຫວຽດນາມ ຜ່ານບັນດາໄລຍະ. ທ່ານ ບຸ່ຍຕາຮວ່າງຫວູ, ຫົວຫນ້າພະແນກທ່ອງທ່ຽວ ນະຄອນໂຮ່ຈິມີນ ໃຫ້ຮູ້ວ່າ:
“ຫນຶ່ງໃນບັນດາຈຸດໃຫມ່ຂອງງານບຸນເສື້ອຍາວປີນີ້ ແມ່ນມີຂອບເຂດ ກວ້າງ ກວ່າເມື່ອທຽບໃສ່ຫລາຍປີກ່ອນນີ້ ແລະ ການຕອບສະຫນອງອັນໃຫຍ່ຫລວງຂອງປະຊາຊົນ. ທີສອງ ແມ່ນຂອບເຂດການຈັດຕັ້ງບັນດາລາຍການພົບປະແລກປ່ຽນ ແລະ ການເດີນແບບເສື້ອຍາວໄດ້ຮັບການຜັນຂະຫຍາຍເປັນຄັ້ງທຳອິດໃນຖະຫນົນຍ່າງ ຫງວຽນເຫ້ວ.”