ມິດຕິງສະເຫລີມສະຫລອງ70ປີແຫ່ງວັນຊາດຫວຽດນາມຈັດຂຶ້ນຢູ່ລາວ

ມິດຕິງສະເຫລີມສະຫລອງ70ປີແຫ່ງວັນຊາດຫວຽດນາມຈັດຂຶ້ນຢູ່ລາວ - ảnh 1
ກະ​ຊວງ​ປ້ອງ​ກັນ​ປະ​ເທດລາວໄດ້​ຈັດ​​ມິດ​ຕິງ​ສະ​ເຫລ​ີມ​ສະ​ຫລອງ 70 ປີ​ແຫ່ງວັນ​ຊາດ​ຫວຽດ​ນາມ
ພາບ:tinngan.vn

(vovworl)- ຕອນ​ເຊົ້າ​ວັນ​ທີ 2/9, ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ ໄດ້​ຈັດ​​ມິດ​ຕິງ​ສະ​ເຫລ​ີມ​ສະ​ຫລອງ 70 ປີ​ແຫ່ງວັນ​ຊາດ​ຫວຽດ​ນາມ ທີ 2/9 ຂຶ້ນຢ່າງ​ສົມ​ກຽດ. ເຂົ້າ​ຮ່ວມ​ມີ ພົນ​ໂທ ຈັ​ນ​ສະ​ໝອນ ໄຊ​ຍະ​ລາດ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ​ລາວ, ທ່ານ ຫງວຽນ​ແມ້ງ​ຮຸ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫວຽດ​ນາມ ປະ​ຈຳ​ລາວ. ໃນ​ສູນ​ທອນ​ອ່ານ​ທີ່​ພິ​ທີ, ພົນ​ໂທ ຈັນ​ສະ​ໝອນ ໄຊ​ຍະ​ລາດ ຢືນ​ຢັນ​ບັນ​ດາ​ໄຊ​ຊະ​ນະ​ ແລະ ຜົນ​ງານ​ຊື່ງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຍາດ​ມາ​ໄດ້​ໃນ 70 ປີ​ຜ່ານ​ມາ ແມ່ນ​ໃຫຍ່​ຫລວງ ແລະ ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ. ນັ້ນ​ແມ່ນ​ແຫລ່ງ​ລະ​ດົມ​ກຳ​ລັງ​ໃຈ​ໃຫ້​ທົ່ວ​ພັກ, ທົ່ວ​ກອງ​ທັບ ແລະ ທົ່ວ​ປວງ​ຊົນ​ລາວ ໃນ​ພາ​ລະ​ກິດ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ຊົນ​ຊາດ​ກ່ອນນີ້ ກໍ​ຄື​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ປະ​ຈຸ​ບັນ.

 

ຂ່າວ/ບົດ​ອື່ນ