ມີ​ທິມ​ເຊີດ​ສິງ​ໂຕ ກ່​ວາ 70 ທິມ​ເຂົ້າ​ຮ່ວມ​ວັນ​ບຸນເຊີດ​ສິງ​ໂຕ ສາ​ກົນ ເຫ້ວ 2019

(VOVWORLD) -ໃນຂອບເຂດ ວັນບຸນເຊີດສິງໂຕ ເຫ້ວ 2019 ຈະມີບັນດາການເຄື່ອນໄຫວຕ່າງໆທີ່ໜ້າຈັບໃຈ ຄື: ການສະແດງສິລະປະຂອງບັນດານັກສິລະປິນໃນພາກພື້ນ, ສະແດງການເຊີດສິງໂຕລວມໝູ່.
ມີ​ທິມ​ເຊີດ​ສິງ​ໂຕ ກ່​ວາ 70 ທິມ​ເຂົ້າ​ຮ່ວມ​ວັນ​ບຸນເຊີດ​ສິງ​ໂຕ ສາ​ກົນ ເຫ້ວ 2019 - ảnh 1

ຜູ້ຊົມສະແດງຄວາມໜ້າຈັບໃຈຕໍ່ການສະແດງເຊີດສິງໂຕ

ຕອນຄ່ຳວັນທີ 7 ກັນຍາ, ຢູ່ນະຄອນເຫ້ວໄດ້ໄຂ ວັນບຸນເຊີດສິງໂຕສາກົນ 2019 ຂຶ້ນໂດຍມີການເຂົ້າຮ່ວມຂອງ ທິມເຊີດສິງໂຕກວ່າ 70ທິມ ທີ່ມາຈາກພາຍໃນປະເທດ ແລະ ສາກົນຄື: ໄທ, ມາເລເຊຍ ແລະ ສິງກະໂປ. ຄະນະຈັດຕັ້ງໄດ້ເຊື້ອເຊີນບັນດາກຳມະການລະດັບແຫ່ງຊາດ ແລະ ສາກົນມາ ໃຫ້ຄະແນນ. ໃນຂອບເຂດ ວັນບຸນເຊີດສິງໂຕ ເຫ້ວ 2019 ຈະມີບັນດາການເຄື່ອນໄຫວຕ່າງໆທີ່ໜ້າຈັບໃຈ ຄື: ການສະແດງສິລະປະຂອງບັນດານັກສິລະປິນໃນພາກພື້ນ, ສະແດງການເຊີດສິງໂຕລວມໝູ່… ທ່ານ ເລຫຶວມິງ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ເທື່ອທຽນເຫ້ວໃຫ້ຮູ້ວ່າ:

        ຄັ້ງນີ້ແມ່ນຄັ້ງທີ 2, ທີ່ພະແນກທ່ອງທ່ຽວແຂວງເທື່ອທຽນເຫ້ວ ຈັດຕັ້ງວັນບຸນເຊີດສິງໂຕ. ປີນີ້, ວັນບຸນມີຂອບຂະໜາດໃຫຍ່ກ່ວາຫຼາຍເທົ່າເມື່ອທຽບໃສ່ປີກາຍນີ້. ມີທິມເຊີດສິງໂຕ ກ່ວາ 70 ທິມທີ່ຢູ່ພາຍໃນແລະຕ່າງປະເທດເຂົ້າຮ່ວມດ້ວຍເປົ້າໝາຍຫັນວັນບຸນເຊີດສິງໂຕໃຫ້ກາຍເປັນຜະລິດຕະພັນການທ່ອງທ່ຽວ. ວັນບຸນດັ່ງກ່າວຈະໄດ້ຈັດຂຶ້ນທຸກໆນີ້ໃນລະດູໃບໄມ້ຫຼົ່ນຢູ່ເຫ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ