ມີນັກສຶກສາຊາວເຜົ່າຂະແມກວ່າ 1.000 ຄົນຕ້ອນຮັບບຸນປີໃໝ່ Chol Chnam Thmay 2019

(VOVWORLD) -ຕອນຄ່ຳວັນທີ 06 ເມສາ, ມະຫາວິທະຍາໄລ ເກີນເທີ ໄດ້ຈັດຄ່ຳຄືນພົບປະແລກປ່ຽນວັດທະນະທຳສິລະປະເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay, ດ້ວຍການເຂົ້າຮ່ວມຂອງນັກສຶກສາຊາວເຜົ່າຂະແມກວ່າ 1.000 ຄົນທີ່ພວມຮຽນຢູ່ມະຫາວິທະນາໄລເກີນເທີ.

ມີນັກສຶກສາຊາວເຜົ່າຂະແມກວ່າ 1.000 ຄົນຕ້ອນຮັບບຸນປີໃໝ່ Chol Chnam Thmay 2019 - ảnh 1ນັກສຶກສາຊາວເຜົ່າຂະແມກວ່າ 1.000 ຄົນ ເຂົ້າຮ່ວມ

(ພາບ: TTXVN)

ນີ້ກໍ່ແມ່ນໂອກາດເພື່ອໃຫ້ພວກນ້ອງໄດ້ພົບປະ, ແລກປ່ຽນ, ສະແດງການຟ້ອນລຳທຳເພງ ດ້ວຍບັນດາລາຍການທີ່ເຂັ້ມຂຸ້ນໄປດ້ວຍສີສັນຊົນເຜົ່າຄື: ວາດຟ້ອນ Rom vong, Robam, ດົນຕີ 5 ປະເພດ ໂດຍພວກນ້ອງສະແດງເອງ. ນ້ອງ ແທັກຊ໊ອກເຮັນ, ນັກສຶກສາພະແນກພາສາອັງກິດ, ເຂົ້າຮ່ວມລາຍການໄດ້ແບ່ງປັນວ່າ.

        “ສຳລັບນ້ອງເອງ, ການພົບປະໃນມື້ນີ້ແມ່ນໄດ້ເຮັດໃຫ້ນ້ອງມີຄວາມເອກອ້າງທະນົງໃຈ; ໄດ້ສະແດງມູນເຊື້ອຂອງຕົນເພື່ອປົກປັກຮັກສາ, ເສີມຂະຫຍາຍສີສັນຂອງຕົນ. ນ້ອງໄດ້ຕາງໜ້າໃຫ້ບັນດານັກສຶກສາຊາວເຜົ່າຂະແມ ຢູ່ມະຫາວິທະຍາໄລເກີນເທີ, ສັນຍາວ່າ ຈະມານະພະຍາຍາມຮ່ຳຮຽນເພື່ອບັນລຸໄດ້ຜົນງານດີ, ບໍ່ໃຫ້ໂຮງຮຽນຖືກເສຍຫວັງ”.

ຕອບກັບ

ຂ່າວ/ບົດ​ອື່ນ