ມື້ປະຊຸມສຸດທ້າຍຂອງAMM49ແລະບັນດາກອງປະຊຸມກ່ຽວຂ້ອງປຶກສາຫາລືຫລາຍບັນຫາສຳຄັນຂອງພາກພື້ນ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ AMM 49
|
(vovworld)- ວັນທີ 26/7 ຢູ່ ນະຄອນຫລວງ ວຽງຈັນ ປະເທດລາວ ໄດ້ດຳເນີນບັນດາກອງປະຊຸມສຸດທ້າຍໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ 49 (AMM 49) ແລະ ບັນດາກອງປະຊຸມກ່ຽວຂ້ອງ. ໃນມື້ປະຊຸມສຸດທ້າຍນີ້ ຈະດຳເນີນບັນດາກອງປະຊຸມ ຊື່ງລວມມີ: ອາຊຽນ +3 (ອາຊຽນ, ຈີນ, ຍີ່ປຸ່ນ, ສເກົາຫລີ) ຄັ້ງທີ 17; ກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດບັນດາປະເທດເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS) ຄັ້ງທີ 6 ແລະ ເວທີປາໄສພາກພື້ນ ອາຊຽນ (ARF) ຄັ້ງທີ 23. ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ +3, ບັນດາທ່ານລັດຖະມົນຕີ ໄດ້ປຶກສາຫາລືການສຳຫລວດກວດຄືນການປະຕິບັດແຜນການວຽກງານປີ 2013-2017 ແລະ ກະກຽມການສ້າງແຜນການວຽກງານໃຫມ່ໃຫ້ແກ່ໄລຍະຕໍ່ໄປ, ກະກຽມໃຫ້ກອງປະຊຸມຂັ້ນສູງ ອາຊຽນ +3 ໃນເດືອນ 9/2016, ໃນນັ້ນ ມີການຮັບຮອງເອົາຖະແຫລງການຂັ້ນສູງ ອາຊຽນ +3 ກ່ຽວກັບການພັດທະນາແບບຍືນຍົງໂດຍ ສປປ ລາວ ສະເຫນີ. ກອງປະຊຸມລັດຖະມົນຕີການຕ່າງປະເທດຂັ້ນສູງ ອາຊີຕາເວັນອອກ (EAS) ຈະປຶກສາຫາລືກ່ຽວກັບໂຄງປະກອບພາກພື້ນທີ່ ພວມໄດ້ຮັບການສ້າງຂຶ້ນ ແລະ ບົດບາດຂອງ EAS, ການຜັນຂະຫຍາຍຖະແຫລງການສະເຫລີມສະຫລອງ 10 ປີແຫ່ງວັນສ້າງຕັ້ງ EAS ໂດຍບັນດາການນຳຮັບຮອງເອົາເມື່ອເດືອນ 11/2015. ທີ່ເວທີປາໄສ ພາກພື້ນ ອາຊຽນ, ບັນດາທ່ານລັດຖະມົນຕີ ຈະກວດກາຄືນການປະຕິບັດບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການທູດປ້ອງກັນໃນປີ ກາງສະໄຫມຜ່ານມາ ແລະ ຮັບຮອງເອົາບັນຊີລາຍຊື່ບັນດາການເຄື່ອນໄຫວໃຫ້ປີກາງສະໄຫມຕໍ່ໄປ 2016-2017 ກໍຄືປຶກສາຫາລືກ່ຽວກັບການກຳນົດທິດອະນາຄົດຂອງ ARF.