ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 35 ຄົນໃນເຫດບຸກໂຈມຕີກໍ່ການຮ້ານຢູ່ Istanbul

ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 35 ຄົນໃນເຫດບຸກໂຈມຕີກໍ່ການຮ້ານຢູ່ Istanbul - ảnh 1
ເຫດບຸກໂຈມຕີກໍ່ການຮ້ານຢູ່ Istanbul
(ພາບ: REUTERS)


(vovworld) - ​ ວັນ​ທີ 01/01, ມີ​ຜູ້ເສຍ​ຊີ​ວິດຢ່າງ​ໜ້ອຍ​ສຸດ 35 ຄົນ ແລະ ປະ​ມານ 40 ຄົນ​ອື່ນຖືກຮັບ​ບາດ​ເຈັບ​ໃນ​ເຫດ​ບຸກ​ໂຈມ​ຕີຢູ່​ຮ້ານ​ບັນ​ເທິງ Reina, ຂຶ້ນ​ກັບເມືອງ Ortakuy, ນະ​ຄອນ Istanbul, ປະ​ເທດ​ຕວກ​ກີ. ເຈົ້າ​ຄອງ​ນະ​ຄອນ Istanbul, ທ່ານ Vasip Sahin ໄດ້​​ແຈ້ງ​ຂ່າວ​​ຄາວດັ່ງ​ກ່າວ, ພ້ອມ​ທັງ​ຢືນ​ຢັນ​ວ່າ, ນີ້​ແມ່ນ​ເຫດ​ບຸກ​ໂຈ​ມ​ຕີກໍ່​ການ​ຮ້າຍ. ໃນ​ຂະ​ນະ​ນັ້ນ, ຕາມ​ນັກ​ຊ່ຽວ​ຊານ​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ Abdullah Agar ແລ້ວ, ມີ​ຕຳ​ຫຼວດ​ຄົນ​ໜຶ່ງ ແລະ ​ສາ​ມັນ​ຊົນ​ຜູ້​ໜຶ່ງ​ຖືກ​ເສຍ​ຊີ​ວິດ​ໃນ​ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ. ບັນ​ດາ​ມື​ປືນ​ໄດ້​ປອມ​ຕົວ​ເປັນ​ພ​ໍ່​ເຖົ້າ Noel, ເວົ້າ​ພາ​ສາ ອາ​ຣັບ ແລະ ຖືປືນ​ເຫຼັກ​ຍາວ​ບຸກ​ໂຈ​ມ​ຕີ. ຕາມ​ແວັບ​ໄຊ​ຂ່າວ​ Mynet Haber, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ອາດ​ຈະ​ເພີ່ມ​ຂຶ້ນ, ຍ້ອນ​ມີ​ປະ​ມານ 700 – 800 ຄົນ​ມີ​ໜ້າ​ຢູ່​​ຮ້ານ​ບັນ​ເທິງໃນ​ຈຸດ​ເວ​ລາ​ເກີດ​ການ​ບຸກ​ໂຈມ​ຕີ​ປະ​ກອບ​ອາ​ວຸດ​ນີ້.

ຂ່າວ/ບົດ​ອື່ນ