(ພິທີມອບທຶນສຶກສາຂອງລັດຖະບານ ຫວຽດນາມ
ທີ່ສະຫງວນໃຫ້ລູກຫຼານຂອງຫວຽດນາມ ອາໄສຢູ່ ລາວ)
(vovworld) - ຕອນເຊົ້າວັນທີ 15/02 ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳນະຄອນຫລວງ ວຽງຈັນ ລາວ ດຳເນີນພິທີມອບທຶນສຶກສາຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ລູກຫຼານຂອງຫວຽດນາມ ອາໄສຢູ່ ລາວ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນແມ້ງຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ: ການຮ່ວມມືດ້ານສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ 2 ປະເທດ ຫວຽດນາມ - ລາວ ຍາມໃດກໍ່ໄດ້ຮັບການບຸລິມະສິດພິເສດຈາກການນຳ 2 ປະເທດ. ໃນປີ 2015, ລັດຖະບານ ຫວຽດນາມ ມອບໃຫ້ສະຖານທູດ ຫວຽດນາມ ປະຈຳ ລາວ ສົມທົບກັບບັນດາອົງການສຳນັກງານທີ່ກ່ຽວຂ້ອງເລືອກເຟັ້ນ ແລະ ມອບທຶນສຶກສາໃຫ້ລູກຫລານຊາວ ຫວຽດນາມ ອາໄສຢູ່ ລາວ ດ້ວຍຈຳນວນ 92 ທຶນ, ແມ່ນລະດັບຫລາຍທີ່ສຸດໃນຊຸມປີ ນັບແຕ່ເມື່ອມີແຜນນະໂຍບາຍມອບທຶນສຶກສາໃຫ້ລູກຫຼານຊາວຫວຽດນາມ ອາໄສຢູ່ ລາວ.