ມອບທຶນສຶກສາ“ເພື່ອຄວາມໄຝ່ຝັນ“ໃຫ້ນັກຮຽນທຸກຍາກ

ມອບທຶນສຶກສາ“ເພື່ອຄວາມໄຝ່ຝັນ“ໃຫ້ນັກຮຽນທຸກຍາກ - ảnh 1

ພິທີມອບ​ທຶນ​ສຶກສາ“​ເພື່ອ​ຄວາມ​ໄຝ່ຝັນ“ໃຫ້​ນັກຮຽນ​ທຸກ​ຍາກແຂວງກວາງຈີ້
(ພາບ: ອິນເຕີແນດ)

(vovworld) - ວັນ​ທີ 26/1, ກອງ​ທຶນ​ອຸປະ​ກະລະ​ເດັກນ້ອຍ, ພະ​ແນ​ກ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ແຂວງ ກວາງ​ຈີ້ ​ໄດ້​ສົມທົບ​ກັບ​ອົງການບໍ່​ຂຶ້ນ​ກັບ​ລັດຖະບານ​ ​ໄຕ້​ຫວັນ ມອບ​ທຶນ​ສຶກສາ “​ເພື່ອ​ຄວາມ​ໄຝ່ຝັນ“ ​ໃຫ້​ແກ່​ນັກຮຽນ​ທຸກ​ຍາກ​ໃນ​ແຂວງ ກວາງ​ຈີ້, ດ້ວຍ​ຍອດ​ມູນ​ຄ່າ​ກວ່າ 560 ລ້ານ​ດົ່ງ. ນອກ​ນັ້ນ, ຄະນະ​ຈັດ​ຕັ້ງ​ຍັງ​ມອບ​ເງິນ  1,3 ຕື້​ດົ່ງ​ໜູນ​ຊ່ວຍຄ່າ​​ເຄິ່ງກິນນອນ​ໃຫ້​ນັກຮຽນ​ຢູ່​ບັນດາ​ໂຮງຮຽນ​ອະນຸບານ​ໃນ​ເຂ​ດພູດ​ອຍທີ່​ປະສົບ​ກັບ​ຄວາຫຍຸ້ງຍາກ. ທຶນ​ສຶກສາ​ທີ່​ມອບ​ໃນ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ນັກຮຽນ​​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເພື່ອ​ບືນ​ຕົວ​ຂຶ້ນ​ໃນ​ການ​ຮຳ່ຮຽນ ​ແລະ ​ໃນ​ຊີວິດ​ການ​ເປັນ​ຢູ່.

ຂ່າວ/ບົດ​ອື່ນ