ມອບຜົນການສັນນະສູດADNເພື່ອຮັບຮູ້ລາຍຊື່ນັກຮົບເສຍສະຫລະຊີວິດຢູ່ແນວຮົບ

ມອບຜົນການສັນນະສູດADNເພື່ອຮັບຮູ້ລາຍຊື່ນັກຮົບເສຍສະຫລະຊີວິດຢູ່ແນວຮົບ - ảnh 1
ຍາດ​ຕິ​ພີ່​ນ້ອງ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ຮັບ​ຜົນ​ການ​ສັນ​ນະ​ສູດ ADN

(vovworld)- ຕອນ​ເຊົ້າ​ວັນ​ທີ 3/2, ຢູ່ ຮ່າ​ໂນ້ຍ ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໄດ້​ປະ​ກາດ ແລະ ​ມອບຜົນ​ການ​ສັນ​ນະ​ສູດ ADN ​ຄັ້ງ​ທີ 3 ເພື່ອຮັບ​ຮູ້​ລາຍ​ຊື່​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ ຊື່ງ​ແມ່ນ​ທະ​ກາ​ນ​ອາ​ສາ​ສະ​ໝັກ ຫວຽດ​ນາມ ແລະ ຊ່ຽວ​ຊານ​ການ​ທະ​ຫານ​ຫວຽດ​ນາມ ທີ່​ເສຍ​ສະ​ຫລະຢູ່ແນວ​ຮົບ 31 ຂຶ້ນ​ກັບ​ທົ່ງ​ໄຫ​ຫີນ ແຂວງ ຊຽງ​ຂວາງ ປະ​ຈຸ​ບັນ ພວມ​ຝັງ​ສົບ​ຢູ່​ສ​ຸ​ສານ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ ມິ​ດ​ຕະ​ພາບ ຫວຽດ​ນາມ - ລາວ ເມືອງ ແອງ​ເຊີນ ແຂວງ ເງ້​ອານ.  ໃນ​ຄັ້ງ​ທີ 3 ນີ້, ຜົນ​ການ​ສັນ​ນະ​ສູດ ADN ສົບ​ຂອງນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ 94 ຄົນ ໃນ​ຈຳ​ນວນອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ 1.179 ຄົນ ຊື່ງ​ແມ່​ນ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ຜູ້​ຊ່ຽວ​ຊານ​ການ​ທະ​ຫານ​ທີ່​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ແນ​ວ​ຮົບ 31.
ຂ່າວ/ບົດ​ອື່ນ