ມອບລາງວັນການອອກແບບສັນຍາລັກສະເຫຼີມສະຫຼອງ45ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ການາດາ
(VOVWORLD) -ວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ການາດາ (ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ) ໄດ້ຈັດພິທີປະກາດໝາກຜົນ ແລະ ມອບລາງວັນ ອອກແບບສັນຍາລັກ (logo) ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ການາດາ ແລະ ສັນຍາລັກຂອງສະມາຄົມມິດຕະພາບຫວຽດນາມ - ການາດາ.
ມອບລາງວັນອອກແບບສັນຍາລັກສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ
ຫວຽດນາມ-ການາດາ
(ພາບ: TTXVN)
|
ພາຍຫຼັງປຸກລະດົມເປັນເວລາ 3 ເດືອນ (12 ກໍລະກົດ - 25 ກັນຍາ 2018), ການເສັງໄດ້ຮັບ 126 logo ຈາກຜູ້ເຂົ້າຮ່ວມຢູ່ພາຍໃນທົ່ວປະເທດ ແລະ ຈາກການາດາ ສົ່ງເຖິງ. ຄະນະຈັດຕັ້ງໄດ້ຄັດເລືອກບັນດາ logo ທີ່ດີເດັ່ນເພື່ອມອບລາງວັນ. ການເສັງແມ່ນປະກອບສ່ວນແນະນຳ, ໂຄສະນາພາບພົດປະເທດຊາດ, ຊາວຫວຽດນາມ ເຖິງເພື່ອນມິດການາດາ ແລະ ກົງກັນຂ້າມ, ຈາກນັ້ນ ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນ 2 ປະເທດ, ກາຍເປັນ “ຂົວເຊື່ອມຕໍ່ໄມຕີຈິດ” ໃນການພົວພັນຮ່ວມມືປະຊາຊົນກັບການາດາ.