ມອບລາງວັນອາສາ ສະໝັກແຫ່ງຊາດປີ 2013

ມອບລາງວັນອາສາ ສະໝັກແຫ່ງຊາດປີ 2013 - ảnh 1
(ມອບ​ລາງວັນ​ອາສາ​ສະໝັກ​ແຫ່ງ​ຊາດ​ປີ 2013)

(vovworld) – ຕອນ​ຄຳ່​ວັນ​ທີ 7/12, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ສົມທົບ​ກັບ​ໂຄງການ​ອາສາ​ສະໝັກ​ສະ​ປະ​ປະຊາ​ຊາດ​ຈັດ​ຕັ້ງ​ພິທີມອບ​ລາງວັນ​ອາສາ​ສະໝັກ​ແຫ່ງ​ຊາດ​ປີ 2013. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ​ເລຂາ​ປະຈຳ​ສູນ​ກາງຊາວ​ໜຸ່ມ ຟານ​ວັນ​ໝາຍ, ​ເນັ້ນ​ໜັກ​ວ່າ, ປີ 2013, ຄຽງ​ຂ້າງ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ ​ໂດຍ​ຄະນະ​ຊາວ​ໜຸ່ມ, ສະມາຄົມ​ຊາວ​ໜຸ່ມ​ຈັດ​ຕັ້ງ​ຂຶ້ນ​ນັ້ນ, ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ສັງຄົມ​ຫຼາຍ​ຢ່າງ​ກໍ່​ໄດ້​ຈັດ​ຂຶ້ນ, ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ມີ​ເນື້ອ​ໃນ​ອຸດົມສົມ​ບຸນ. ການ​ເຄື່ອນ​ໄຫວ​ເຫຼົ່າ​ນັ້ນ ​ໄດ້​ປະກອບສ່ວນ​ແກ້​ໄຂ​ບັນດາ​ບັນຫາ​ຮັບປະກັນ​ຊີວິດ​ສັງຄົມ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ປະຊາ​ຄົມ... ສ່ວນ​ທ່ານ​ນາງ Patricia English, ຫົວໜ້າ​ຜູ້ຕາງໜ້າ​ໂຄງການ​ອາສາ​ສະໝັກ ສປຊ ປະຈຳ​ຫວຽດນາມ​ກໍ່ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ບັນດາ​ຜົນງານ​ດັ່ງກ່າວ ​ແມ່ນ​ກຳລັງ​ໜູນ​ເພື່ອ​​ເຮັດ​ໃຫ້ການເຄື່ອນ​ໄຫວ​ອາສາ​ສະໝັກຂະຫຍາຍ​ອອກ​ຢ່າງ​ກວ້າງຂວາງ ​ແລະ ​ເລິກ​ເຊິ່ງ​ໃນ​ຊີວິດ​ສັງຄົມ...ລາງວັນ​ອາສາ​ສະໝັກ​ແຫ່ງ​ຊາດ​ປີ 2013 ຖືກ​ມອບ​ໃຫ້ 10 ອົງການ​ອາສາ​ສະໝັກ ​ແລະ ນັກ​ອາສາ​ສະໝັກທີ່​ດີ​ເດັ່ນ 10 ຄົນ ​ເພື່ອ​ເຊີດ​ຊູ, ປຸກລະດົມ ​ແລະ ​ຂະຫຍາຍ​ບັນດາ​ຮູບ​ແບບ​ທີ່​ດີ​ເດັ່ນ ​ເຊິ່ງ​ໄດ້​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ໃນ​ຂະ​ບວນການ​ອາສາ​ສະໝັກ​ເພື່ອ​ປະຊາ​ຄົມ.


ຂ່າວ/ບົດ​ອື່ນ