ສະຖານທູດຫວຽດນາມ ປະຈຳ ອານເຊຣີ
ມອບລາງວັນໃຫ້ແກ່ນັກຂ່າວຊາວອານເຊຣີ 2 ຄົນ
(ພາບ: ຫວຽດນາມ+)
(vovworld)- ວັນທີ 10/11, ສະຖານທູດຫວຽດນາມ ປະຈຳ ອານເຊຣີ ໄດ້ຈັດຕັ້ງພິທີມອບລາງວັນທີ 3 - ລາງວັນທົ່ວປະເທດ ກ່ຽວກັບການໂຄສະນາກັບຕ່າງປະເທດ ຄັ້ງທີ 2 ປີ 2015 ໃຫ້ແກ່ນັກຂ່າວຊາວອານເຊຣີ 2 ຄົນ ຄື ທ່ານ Aoura Racha ແລະ ທ່ານ Ryad Abada , ດ້ວຍບົດໜັງສືມພີມ “ນະຄອນໂຮ່ຈີມິນ, ຫົວໃຈເສດຖະກິດ ຂອງຫວຽດນາມ”. ກ່າວຄວາມເຫັນທີ່ພິທີ, ທ່ານ ຟ໋າມກັວກຈຸ້ ເອກອັກຄະລັດຖະທູດຫວຽດນາມ ປະຈຳອານເຊຣີ ໄດ້ຊົມເຊີຍ ນັກຂ່າວ 2 ຄົນ ທ່ານ Aoura Racha ແລະ ທ່ານ Ryad Abada ໄດ້ຮັບລ້າງວັນທີ 3, ລາງວັນທົ່ວປະເທດ ກ່ຽວກັບການໂຄສະນາກັບຕ່າງປະເທດ ຄັ້ງທີ 2 ປີ 2015 ໂດຍຄະນະໂຄສະນາສຶກສາສູນກາງ ແລະ ຄະນະຊີ້ນຳສູນກາງ ກ່ຽວກັບວຽກງານໂຄສະນາກັບຕ່າງປະເທດ ຈັດຕັ້ງ. ນີ້ແມ່ນລາງວັນ ເພື່ອແນໃສ່ເຊີດຊູບັນດານັກຂ່າວຫວຽດນາມ ແລະ ຕ່າງປະເທດ ທີ່ມີບັນດາບົດໜັງສືພີມທີ່ມີຄຸນຄ່າ, ປະກອບສ່ວນເຂົ້າການໂຄສະນາເຜີຍແຜ່ຮູບພາບປະເທດ, ວັດທະນະທຳ, ການທ່ອງທ່ຽວ ແລະ ຊາວຫວຽດນາມ ຢູ່ຫວຽດນາມ ແລະ ໃນທົ່ວໂລກ. ທ່ານ ເອກອັກຄະລັດຖະທູດ ຟ໋າມກັວກຈຸ້ ສະແດງຄວາມປາດຖະໜາວ່າ: ບັນດານັກຂ່າວອານເຊຣີ ຈະສືບຕໍ່ ມານະພະຍາຍາມກວ່າອີກ ເພື່ອໃນໃສ່ປະກອບສ່ວນຮັດແໜ້ນການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ, ເປັນຕົ້ນແມ່ນເຮັດໃຫ້ມາຫາຊົນອານເຊຣີ ເຂົ້າໃຈແຈ້ງກວ່າ ກ່ຽວກັບຫວຽດນາມ ໃນປັດຈຸບັດ, ເຊິ່ງເປັນປະເທດໜຶ່ງທີ່ຂະຫຍັນຂັນເຄື່ອນ ແລະ ເປີດອົກເປີດໃຈ, ເປັນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ, ເປັນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ແລະ ເປັນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວ