ມອບຫຼຽນໄຊ, ຫຼຽນກາໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ໄທ

ມອບຫຼຽນໄຊ, ຫຼຽນກາໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ໄທ - ảnh 1

ທ່ານໂງ​ດຶກ​ທັງ ມອບ​ຫຼຽນ​ກາ​ຕໍ່ຕ້ານ​ຊັນໜຶ່ງໃຫ້​ແກ່​ຄອບຄົວ​ທ່ານ

​ນິງວຽດມິ​ງ ຊາວ​ຫວຽດນາມ ອາ​ໄສ​ຢູ່​​​ບາງກອກ

(ພາບ:tintuc.vnn.vn)

(vovworld)- ​ຕອນ​ບ່າຍວັນ​ທີ 22/4, ຢູ່ສະຖານທູດ​ຫວຽດນາມ ປະຈຳ​ບາງກອກ ປະ​ເທດ​ໄທ, ທ່ານ​ໂງ​ດຶກ​ທັງ ເອກ​ອັກຄະ​ລັດຖະທູດຫວຽ​ດນາມ ປະຈຳ​ໄທ ​ໄດ້ມອບ​ຫຼຽນ​ໄຊ, ຫຼຽນ​ກາ​ໃຫ້​ແກ່​ 9 ສ່ວນ​ບຸກຄົນ ​ແລະ ຄອບຄົວຊາວ​ຫວຽດນາມ ອາ​ໄສ​ຢູ່​​ແຂວງ​ໜອງ​ຄາຍ ​ແລະ ນະຄອນຫຼວງ​ບາງກອກ ປະ​ເທດໄທ ຍ້ອນ​ມີ​ຜົນງານ​ໃນ​ການ​ປະກອບສ່ວນຊ່ວຍ​ເຫຼືອ​ປະ​ເທດ​ຊາດ​ໃນ​ການ​ຕໍ່ຕ້ານ, ປະກອບສ່ວນ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ໂງ​ດຶກ​ທັງ ປາດ​ຖະໜາ​ວ່າ: ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ການ​ປະຕິວັດ, ສາມັກຄີ​ກັນ ອ່ວຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າຫງົ້າກໍ, ຕັ້ງໜ້າ​ປະກອບ​ເຫື່ອ​ແຮງ, ພູມ​ປັນຍາ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ສາມັກຄີມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ ​ແລະ ​ໄທ. ຕາງໜ້າ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ ​ໄດ້​ຮັບ​ຫຼຽນ​ໄຊ​ຫຼຽນ​ກາ, ທ່ານ​ຫງວນວັນ​ຮານ ​ແລະ ຟານ​ວັນ​ຮ່າວ ​ໄດ້​ຢືນຢັນວ່າ: ບັນດາ​ລາງວັນ​ອັນ​ສູງ​ສົ່ງ​ນີ້ ຈະ​ແມ່ນ​ແຫຼ່ງລະດົມ​ກຳລັງ​ໃຈ​ອັນ​ໃຫ່ຍຫຼວງ​ທີ່​ມີ​ຕໍ່​ຕົນ​ເອງ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ. ປະຊາ​ຄົມຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ ​ຈະ​ສືບ​ຕໍ່​ມູນ​ເຊື້ອ​ສາມັກຄີ​ຂອງ​ຊາດ, ຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ, ແມ່ນ​ຂົວ​ຕໍ່​ຂອງ​ນ້ຳ​ໃຈສາມັກຄີມິດຕະພາບ​​ຫວຽດນາມ ​ແລະ ​ໄທ.

ຂ່າວ/ບົດ​ອື່ນ