(vovworld) - ວັນທີ 13/9, ລັດຖະບານຫວຽດນາມ ໄດ້ຍົກອອກມະຕິກ່ຽວກັບກອງປະຊຸມປະຈຳເດືອນ 8/2012, ໃນນັ້ນຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງທະທ້າຍ, ຊີ້ນຳບໍລິຫານການປະຕິບັດບັນດາເປົ້າໝາຍ, ໜ້າທີ່, ມາດຕະການແກ້ໄຂຢ່າງມີປະສິດທິຜົນ ຕາມມະຕິຂອງພັກ, ສະພາແຫ່ງຊາດ ແລະ ລັດຖະບານ, ໂດຍສະເພາະແມ່ນມະຕິກອງລະປະຊຸມສະໄໝສາມັນປະຈຳເດືອນ ແລະ ການຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີໃນບັນດາຂົງເຂດການເງິນ ເງິນຕາ, ກະສິກຳ. ການສົ່ງອອກນຳເຂົ້າ… ຄຽງຂ້າງນັ້ນ, ລັດຖະບານໄດ້ກຳນົດເປົ້າໝາຍລວມຂອງແຜນການພັດທະນາເສດຖະກິດສັງຄົມປີ 2013 ແມ່ນສືບຕໍ່ເພີ່ມທະວີການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ບໍ່ປະໃຫ້ໄພເງິນເຟີ້ເພີ່ມຂຶ້ນສູງຄືນໃໝ່, ຮັບປະກັນລະດັບການເຕີບໂຕດ້ານເສດຖະກິດຢ່າງເໝາະສົມ ແລະ ສືບຕໍ່ຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດສັງລວມຄືນໃໝ່ ໃນນັ້ນສຸມໃສ່ເຂົ້າໃນ 3 ຂົງເຂດຈຸດສຸມຄື: ການລົງທຶນຂອງລັດ, ລັດວິສາຫະກິດ, ລະບົບຈັດຕັ້ງສິນເຊື່ອ, ສ້າງທ່ວງທ່າໃຫ້ແກ່ການປະຕິບັດບັນດາເປົ້າໝາຍຂອງແຜນການພັດທະນາເສດຖະກິດ, ສັງຄົມໄລຍະ 5 ປີ 2011 – 2015; ຮັບປະກັນຊີວິດສັງຄົມ, ສະຫວັດດີການສັງຄົມ ແລະ ປົວແປງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ; ເປີດກວ້າງການພົວພັນຕ່າງປະເທດ, ເປັນເຈົ້າການເຊື່ອມໂຍງ, ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ບົນເວທີສາກົນ…