ມະຕິລັດຖະບານກ່ຽວກັບໜ້າທີ່,ມາດຕະການແກ້ໄຂຕົ້ນຕໍໃນການປະຕິບັດແຜນການພັດທະນາເສດຖະກິດ,ສັງຄົມປີ2019

(VOVWORLD) - ວັນທີ 01 ມັງກອນ, ລັດຖະບານໄດ້ປະກາດໃຊ້ມະຕິເລກທີ 01 ກ່ຽວກັບໜ້າທີ່, ມາດຕະການແກ້ໄຂຕົ້ນຕໃນການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ແລະ ແຜນງົບປະມານແຫ່ງລັດ 2019.
ມະຕິລັດຖະບານກ່ຽວກັບໜ້າທີ່,ມາດຕະການແກ້ໄຂຕົ້ນຕໍໃນການປະຕິບັດແຜນການພັດທະນາເສດຖະກິດ,ສັງຄົມປີ2019 - ảnh 1 (ພາບປະກອບ)

ຕາມມະຕິແລ້ວ, ຄາດໝາຍລວມຂອງແຜນການປີ 2019 ແມ່ນສືບຕໍ່ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຍົກສູງສະມັດຕະພາບ, ປະສິດທິຜົນ, ລັກສະນະເປັນເຈົ້າຕົນເອງ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ. ສູ້ຊົນໃຫ້ GDP ປີ 2019 ເພີ່ມຂຶ້ນປະມານ 6,8%; ສູ້ຊົນນຳວົງເງິນການຄ້າສົ່ງອອກໃຫ້ບັນລຸແຕ່ 8 – 10%.

        ມາດຕະການສຳຄັນເພື່ອພັດທະນາເສດຖະກິດ, ສັງຄົມປີ 2019 ແມ່ນສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຊຸກຍູ້ເສດຖະກິດເຕີບໂຕ. ພ້ອມກັນນັ້ນແມ່ນຍູ້ແຮງການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ນຳໃຊ້ວິທະຍາສາດເຕັກໂນໂລຊີທີ່ກ້າວໜ້າ ແລະ ນຳໃຊ້ການປະຕິວັດອຸດສາຫະກຳ 4.0 ຢ່າງມີປະສິດທິຜົນ…

        ແລະກໍ່ໃນວັນທີ 01 ມັງກອນ, ລັດຖະບານໄດ້ປະກາດໃຊ້ມະຕິເລກທີ 02 ກ່ຽວກັບເລື່ອງສືບຕໍ່ປະຕິບັດບັນດາໜ້າທີ່, ມາດຕະການຕົ້ນຕໍເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງແຫ່ງຊາດປີ 2019 ແລະ ກຳນົດທິດຮອດປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ