ມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 ຖືກກັບຈິດໃຈຂອງປະຊາຊົນ, ຂອງພັກ

ມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 ຖືກກັບຈິດໃຈຂອງປະຊາຊົນ,  ຂອງພັກ - ảnh 1
ພາບປະກອບ: internet

(vovworld) - ຊຸມ​ມື້​ນີ້, ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນບັນດາ​ເຜົ່າ​​ໃນ​ທົ່ວ​ປະ​ເທດ ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ກັບ​ເລື່ອງ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ປະກາດ​ໃຊ້​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວກັບ​ວຽກ​ງານ​ກໍ່ສ້າງ​ພັກ​ປະຈຸ​ບັນ”. ສະມາຊິກ​ພັກ Do Minh Quan ຢູ່​ຫນ່ວຍ​ພັກ​ສະມາຄົມ​ນັກຮົບ​ເກົ່າ​ແຂວງ Son La ຖື​ວ່າ: ​ແຕ່​ກອ່ນມາ​ຮອດ​ປະຈຸ​ບັນ, ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ດຳ​ເນີນ​ການ​ປັບປຸງ, ກໍ່ສ້າງ​ພັກ​ເປັນ​ຫລາຍ​ຄັ້ງ​ແລ້ວ ​ແຕ່​ເທື່ອ​ນີ້​ແມ່ນ​ປະຕິບັດ​ຢ່າງ​​ແຂງ​ແຮງ​ກວ່າ​ໝູ່. ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 ​ແມ່ນ​ຫນຶ່ງ​ໃນ​ບັນດາ​ມະຕິ​ມີ​ລັກສະນະ​ປະຫວັດສາດ. ຖ້າ​ຫາກ​ບໍ່​ມີ​ການ​ປ່ຽນ​​ໃຫມ່​ກ່ຽວ​ກັບ​ຄວາມ​ຮັບ​ຮູ້ ​ແລະ ການຈັດ​ຕັ້ງ​ຂອງ​ພັກ, ຖັນ​ແຖວ​ສະມາຊິກ​ພັກ​ບໍ່​ປອດ​ໃສ, ສະມາຊິກ​ພັກ​ບໍ່​ຊາບ​ຊືມ​ແນວ​ຄິດ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ສັງຄົມ​ຍຸ​ດຕິ​ທຳ, ປະຊາທິປະ​ໄຕ ​ແລະ ສີວິ​ໄລ ຍາກ​ທີ່ບັນລຸ​ໄດ້​ບັນດາ​ຜົນງານ​ປ່ຽນ​ແປ​​ງ​ໃຫມ່​ໃນ​ໄລຍະ​ຕໍ່​ໄປ​ໄດ້. ທ່ານ Do Minh Qua ຍົກ​ຄຳ​ເຫັນ​ວ່າ:

        “ຂ້າພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ທີ່​ຖືກ​ກັບ​ຈິດ​ໃຈ​ຂອງ​ປະຊາຊົນ, ຂອງ​ພັກ. ປະຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ ລ້ວນ​ແຕ່​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ມະຕິ​ດັ່ງກ່າວ. ສຳລັບ​ພວກ​ຂ້າພະ​ເຈົ້າ, ຊຶ່ງ​ແມ່ນ​ອົງການ​ພັກ​ຢູ່​ຂັ້ນ​ຮາກ​ຖານ, ພວກ​ຂ້າພະ​ເຈົ້າ​ຍາມ​​ໃດ​ກໍ​ກຳນົດ​ວ່າ ຕົນ​ເອງ​ຕ້ອງ​ຊາບ​ຊືມ ​ແລະ ກຳ​ແຫນ້ນ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຢ່າງ​ເລິກ​ເຊິ່ງ.”

ຂ່າວ/ບົດ​ອື່ນ