ມານະພະຍາຍາມກ່ວາອີກເພື່ອປະຕິບັດບັນດາຄາດໝາຍເສດຖະກິດ - ສັງຄົມປິ 2017 ສຳເລັດຜົນ

(VOVWORLD) - ຕອນເຊົ້າວັນທີ 3 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມລັດຖະບານປະຈຳເດືອນມິຖຸນາ 2017. 
ມານະພະຍາຍາມກ່ວາອີກເພື່ອປະຕິບັດບັນດາຄາດໝາຍເສດຖະກິດ - ສັງຄົມປິ 2017 ສຳເລັດຜົນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ 

ເຂົ້າຮ່ວມວາລະປະຊຸມ ຜ່ານເຄືອຂ່າຍອີນເຕີເນັດມີການນຳບັນດາກະຊວງ, ຄະນະ, ຂະແໜງການສູນກາງ ແລະ ການນຳ 63 ແຂວງ, ນະຄອນໃນທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງບາງຄາດໝາຍເສດຖະກິດ - ສັງຄົມ ທີ່ບັນລຸໝາກຜົນຕັ້ງໜ້າຄື: ເສດຖະກິດມະຫາພາກເປັນປົກກະຕິ, ການເຕີບໂຕໄດ້ຟື້ນຟູຢ່າງແຮງໃນ 6 ເດືອນຕົ້ນປີ 2017 ເພີ່ມຂຶ້ນ 5,73%. ບໍ່ພຽງແຕ່ບັນລຸໝາກຜົນຕັ້ງໜ້າກ່ຽວກັບເສດຖະກິດເທົ່ານັ້ນ ຫາກທາງດ້ານວັດທະນະທຳ, ຮັບປະກັນຊີວິດສັງຄົມ, ສິ່ງແວດລ້ອມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດລ້ວນແຕ່ບັນລຸໄດ້ໝາກຜົນດີພໍສົມຄວນ. ວຽກງານການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນບັນລຸໄດ້ໝາກຜົນທີ່ດີຫຼາຍຢ່າງ, ເພີ່ມທະວີການພົວພັນກັບບັນດາປະເທດໃຫຍ່, ການເຊັນສັນຍາການຄ້າບັນລຸນັບສິບຕື້ USD. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ:

        “ພວກເຮົາມີພື້ນຖານ, ເພື່ອປີບັນລຸ ໃຫ້ໄດ້ຄາດໝາຍ 6,7% ຂອງທັງປີ. ຍ້ອນວ່າ, ບັນດາຂະແໜງ, ບັນດາຂົງເຂດຕົ້ນຕໍພວມຟື້ນຟູຢ່າງແຮງ, ທ່າອ່ຽງສາກົນ ແລະ ພາຍໃນປະເທດລ້ວນແຕ່ມີຄວາມສະດວກ. ການຕີລາຄາຂອງບັນດາອົງການສາກົນສຳລັບ ຫວຽດນາມ ແມ່ນຈາກພື້ນຖານເສດຖະກິດເປັນປົກກະຕິ ຫັນໄປສູ່ພື້ນຖານເສດຖະກິດຕັ້ງໜ້າ. ພິເສດແມ່ນດັດຊະນີການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງໃນເດືອນມິຖຸນາ ທີ່ໄດ້ປະກາດແລ້ວ, ຫວຽດນາມ ເລື່ອນຂຶ້ນ 12 ຂັ້ນ. ບັນຫາທີ່ໄດ້ວາງອອກແມ່ນ ພວກເຮົາຕ້ອງຕັດສິນໃຈ, ມານະພະຍາຍາມກ່ວາອີກ, ພະຍາຍາມກ່ວາອີກ, ເຄື່ອນໄຫວເດັດດຽວກ່ວາອີກ, ປະຕິຮູບການປ່ຽນໃໝ່ຢ່າງແຮງກ່ວາ, ໂດຍສະເພາະແມ່ນບັນດາກະຊວງຄຸ້ມຄອງການຜະລິດດຳເນີນທຸລະກິດ ແລະ ບັນດາທ້ອງຖິ່ນ, ພິເສດແມ່ນບັນດາເຂດເສດຖະກິດຈຸດສຸມ, ບັນດານະຄອນໃຫຍ່ຂອງທົ່ວປະເທດ. ”

        ກໍ່ໃນຕອນເຊົ້າວັນທີ 3 ກໍລະກົດ, ບັນດາສະມາຊິກລັດຖະບານ ໄດ້ຮັບຟັງລາຍງານສະພາບການເສດຖະກິດ - ສັງຄົມເດືອນກໍລະກົດ ແລະ 6 ເດືອນຕົ້ນປີ 2017, ບົດລາຍງານໄດ້ສຳຫຼວດກວດຄືນວຽກງານຊີ້ນຳບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ ຂອງ 6 ເດືອນຕົ້ນປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ