ມາເລເຊຍ ກຳນົດເວລາພິພາກສາອະດີດນາຍົກລັດຖະມົນຕີ Najib Razak

(VOVWORLD) -ວັນທີ 10 ສິງຫາ, ສານມາເລເຊຍ ໄດ້ຮຽກຮ້ອງໃຫ້ທ່ານອະດີດນາຍົກລັດຖະມົນຕີຂອງປະເທດນີ້ Najib Razak ຂຶ້ນສານໃນວັນທີ 12 ກຸມພາ 2019 ດ້ວຍບັນດາຄຳກ່າວຫາກ່ຽວຂ້ອງເຖິງເລື່ອງເຮັດໃຫ້ກອງທຶນການລົງທຶນແຫ່ງລັດ 1 ມາເລເຊຍ (1 MDB) ຖືກຮົ່ວໄຫຼຫຼາຍຕື້ USD.

ມາເລເຊຍ ກຳນົດເວລາພິພາກສາອະດີດນາຍົກລັດຖະມົນຕີ Najib Razak - ảnh 1

ສານມາເລເຊຍ ຮຽກຮ້ອງທ່ານອະດີດນາຍົກລັດຖະມົນຕີNajib Razak ຂຶ້ນສານໃນວັນທີ 12 ກຸມພາ 2019 

(ພາບປະກອບ: AFP/TTXVN)

ຜູ້ພິພາກສາ Mohamad Nazlan Mohamad Ghazali ໃຫ້ຮູ້ວ່າ, ສານພິພາກສາທ່ານ Najib Razak ຈະເລີ່ມແຕ່ວັນທີ 12 ກຸມພາ ແລະ ຈະແກ່ຍາວຮອດວັນທີ 29 ມີນາ 2019. ຖ້າຖືກຕັດສິນລົງໂທດ, ທ່ານ Najib Razak ຈະຖືກຈຳຄຸກເປັນເວລາຫຼາຍປີ. ຄາດວ່າ, ຈະມີຕົວພະຍານປະມານ 50 ຄົນຖືກຮຽກຕົວເຂົ້າຮ່ວມປະຊຸມສານພິພາກສາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ