ມາເລເຊຍ ເນລະເທດເອກອັກຄະລັດຖະທູດ ສປປ ເກົາຫຼີ
ລົດຂອງທ່ານ Kang Chol, ເອກອັກຄະລັດຖະທູດ ສປປ ເກົາຫຼີ ປະຈຳ ມາເລເຊຍ
(ພາບ: EPA/TTXVN)
|
(vovworld) - ວັນທີ 4/3, ມາເລເຊຍ ໄດ້ປະກາດເນລະເທດ ທ່ານ Kang Chol, ເອກອັກຄະລັດຖະທູດ ສປປ ເກົາຫຼີ ປະຈຳ ປະເທດນີ້ ຍ້ອນສາຍເຫດທີ່ວ່າ: ທ່ານນີ້ແມ່ນ “ເຈົ້າໜ້າທີ່ບໍ່ໄດ້ຊົມເຊີຍ”, ພ້ອມທັງຮຽກຮ້ອງໃຫ້ນັກການທູດທ່ານນີ້ຕ້ອງອອກຈາກ ມາເລເຊຍ ໃນຮອບເວລາ 48 ຊົ່ວໂມງ ນັບແຕ່ 18 ໂມງ ວັນທີ 4/3. ຄຳຕັດສິນດັ່ງກ່າວຂອງ ມາເລເຊຍ ຍົກອອກມາພາຍຫຼັງທີ່ທ່ານເອກອັກຄະລັດຖະທູດ ສປປ ເກົາຫຼີ Kang Chol ບໍ່ໄປເຂົ້າຮ່ວມການພົບປະໂດຍກະຊວງການຕ່າງປະເທດ ມາເລເຊຍ ຮຽກໂຮມໃນວັນດຽວກັນ. ທ່ານ Anifah Aman, ລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ ກໍ່ໃຫ້ຮູ້ວ່າ: ບໍ່ມີເຈົ້າໜ້າທີ່ຜູ້ໃດຂອງ ສປປ ເກົາຫຼີ ມີໜ້າໃນການພົບປະຄັ້ງນີ້. ທ່ານລັດຖະມົນຕີການຕ່າງປະເທດ Aman ກໍ່ປະກາດວ່າ ກະຊວງການຕ່າງປະເທດ ມາເລເຊຍ ໄດ້ຝາກສານການທູດເຖິງ ສະຖານທູດ ສປປ ເກົາຫຼີ ຢູ່ ກົວລາລຳປົວ ປະກາດວ່າ: ທ່ານເອກອັກຄະລັດຖະທູດ ສປປ ເກົາຫຼີ Kang Chol ຕ້ອງອອກຈາກປະເທດນີ້ໃນຮອບເວລາ 48 ຊົ່ວໂມງ.