ມາເລເຊຍ ແລະ ຟີລິບປີນ ເຫັນດີແກ້ໄຂການພິພາດບົນທະເລຕາເວັນອອກ ໂດຍສັນຕິວິທີ

ມາເລເຊຍ ແລະ ຟີລິບປີນ ເຫັນດີແກ້ໄຂການພິພາດບົນທະເລຕາເວັນອອກ ໂດຍສັນຕິວິທີ - ảnh 1
(ພາບ: Reuters)

(vovworld) - ວັນ​ທີ 28/02, ທ່ານ​ປະທານ​າທິບໍດີ ຟີ​ລິບ​ປີນ Benigno Aquino ຖະ​ແຫຼງວ່າ ປະ​ເທດ​ນີ້ ​ແລະ ມາ​ເລ​ເຊຍ ​ເຫັນ​ດີແກ້​ໄຂ​ການ​ພິພາດ​ບົນ​ທະ​ເລ​ຕາ​ເວັນ​ອອກ​​ໂດຍ​ສັນຕິ​ວິທີ ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ ​ແລະ ຕາມ​ສົນທິສັນຍາ​ຂອງ​ສະ​ຫະປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ.

        ​ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ລວມກັບ​ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ Najib Tun Razak ຢູ່​ມາ​ເລ​ເຊຍ, ທ່ານ Aquino ​ໃຫ້​ຮູ້​ວ່າ, 2 ປະ​ເທດ​ເຊື່ອ​ໝັ້ນ​ວ່າ ​ເລື່ອງ​ເຄົາລົບ​ກົດໝາຍ, ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ​ແລະ ການ​ເຈລະຈາ​ຢ່າງ​ຈິງໃຈ ​ແມ່ນ​ບັນດາ​ປັດ​ໃຈ​​ພື້ນຖານ ​ເພື່ອ​ຊ່ວຍ​ໃຫ້​ບັນດາ​ປະ​ເທດ​ກໍ່ສ້າງ​​ເປັນພາກ​ພື້ນ​ອາຊີ​ຕາ​ເວັນ​ອອ​ກສ່ຽງ​ໃຕ້ ສັນຕິພາບ, ວັດທະນາ​ຖາ​ວອນ.

        ສ່ວນ​ທ່ານນາຍົກລັດຖະມົນຕີ Razak ​ໃຫ້​ຮູ້​ວ່າ ການ​ນຳ 2 ທ່ານ​ໄດ້​ພິຈາລະຈາ​ຫຼາຍ​ບັນຫາ​ໃນ​ການ​ພົວພັນ​ດ້ານ​ປ້ອງ​ກັນ​ຊາດ​ລະຫວ່າງ 2 ປະ​ເທດ ​ແລະ ພວມ​ຄິດ​ໄລ່ຊັ່ງຊາ​ຄວາມ​ສາມາດ​ສ້າງ​ຕັ້ງ​ໂທລະສັບ​​ປ້ອງ​ກັນ​ຄວາມ​ສະຫງົບສາຍ​ດ່ວນ ​ເພື່ອ​ຮັບປະກັນບໍ່​ປະ​ໃຫ້​ເກີດ​ການ​​ແຊກ​​ແຊງ​ໃດໆ​ກ່ຽວ​ກັບຄວາມ​ສະຫງົບປອດ​ໄພ​ລະຫວ່າງ 2 ປະ​ເທດ​.

ຂ່າວ/ບົດ​ອື່ນ