ມາເລເຊຍພ້ອມແລ້ວທີ່ຈະເຈລະຈາກັບສປປ.ເກົາຫຼີ

ມາເລເຊຍພ້ອມແລ້ວທີ່ຈະເຈລະຈາກັບສປປ.ເກົາຫຼີ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Najib Razak ແລະ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ Ahmad Zahid Hamidi
(ພາບ​ປະ​ກອບ: EPA/TTXVN)


(vovworld) - ​ວັນ​ທີ 08/03, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ Ahmad Zahid Hamidi ໃຫ້​ຮູ້​ວ່າ, ມາ​ເລ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ກັບ​ສ​ປ​ປ.ເກົາ​ຫຼີ ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ສັນ​ຕິ​ພາບ​ໃຫ້​ບັນ​ດາ​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ 2 ຝ່າຍ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Zahid ໄດ້​​ຢ້ຳ​ຄືນ​ຂໍ້​ຕົກ​ລົງ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Najib Razak ​ທີ່​ວ່າ ບໍ່​ຕັດ​ຂາດ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ສ​ປ​ປ.ເກົາ​ຫຼີ ໂດຍບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ການຖົກ​ຖຽງ​ກັນພວມ​ປ​ີນ​ຂັ້ນ​ໄດລະ​ຫວ່າງ 2 ຝ່າຍ. ທ່ານ Zahid ກໍ່​ຢືນ​ຢັນ​​ເຖິງຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ສ​ປ​ປ.ເກົ​າ​ຫຼີ, ພ້ອມ​ທັງ​ໃຫ້​ຮູ້​ວ່າ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ມາ​ເລ​ເຊຍ ຈະ​ປຶກ​ສາ​ຫາ​ລື​ກັບ​ຄະ​ນະ​ຜູ້​ແທນ​ສ​ປ​ປ.ເກົາ​ຫຼີ, ເຊິ່ງ​ພວມ​ມີ​ໜ້າ​ຢູ່ Kuala Lumpur ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ສົມ​ເຫດ​ສົມ​ຜົນ.

        ຄວາມ​ເຄັ່ງ​ຕຶງ​ທາງ​ການ​ທູດ​ລະ​ຫວ່າງ 2 ຝ່າຍ​ຖືກ​ເກີດ​ຂຶ້ນ ພາຍ​ຫຼັງ​ມີ​ພົນ​ລະ​ເມືອງ​ສ​ປ​ປ.ເກົາ​ຫຼີ ​ຖື​ໜັງ​ສື​ຜ່ານ​ແດນ​ມີ​ຊື່​ວ່າ Kim Chol ຖືກ​ເສຍ​ຊີວ​ິດ 3 ອາ​ທິດ.

ຂ່າວ/ບົດ​ອື່ນ