ມຽນມາເປີດດ່ານການຄ້າຕື່ມອີກກັບໄທ

ມຽນມາເປີດດ່ານການຄ້າຕື່ມອີກກັບໄທ - ảnh 1
ຂົວເຊື່ອມຕໍ່ລະຫວ່າງ ມຽນມາ - ໄທ (ພາບ: wikipedia)

(vovworld) – ວັນ​ທີ 7/9 ໜັງສື​ພິມ “Myawaddy” ລາຍວັນຂອງ ມຽນມາ ໃຫ້​ຂ່າວ​ວ່າ ປະ​ເທດ​ນີ້​ຈະ​ເປີດ​ດ່ານ​ຊາຍ​ແດນການ​ຄ້າຕື່ມອີກ 3 ດ່ານກັບ ​ໄທ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຄື່ອນ​ໄຫວ​ແລກປ່ຽນ​ການ​ຄ້າ​ຢູ່​ຊາຍ​ແດນ​ກັບ ​ໄທ. ​ໃນ 3 ດ່ານ​ຊາຍ​ແດນ​ດັ່ງກ່າວ​, ມີ 2 ດ່ານ​ຊາຍ​ແດນ​​ຕັ້ງ​ຢູ່​ເຂດ Taninthayi, ພາກ​ໃຕ້ ມຽນມາ ​ແລະ ດ່ານ​ຊາຍ​ແດນ​ຍັງ​ເຫຼືອແມ່ນ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກລັດ Kayah. ​ເຈົ້າ​ໜ້າ​ທີ່ ມຽນມາ ​ພວມ​ເຈລະຈາ​ກັບ​ຝ່າຍ ​ໄທ ​ເພື່ອ​ເປີດ 3 ດ່ານ​ຊາຍ​ແດນ​ການ​ຄ້າ​ດັ່ງ​ກ່າວຢ່າງ​ເປັນ​ທາງ​ການ, ຜ່ານ​ນັ້ນ, ຍົກ​ຈຳນວນ​ດ່ານ​ການ​ຄ້າ​ລະຫວ່າງ ມຽນມາ ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂຶ້ນ 15 ດ່ານ​ຊາຍ​ແດນ.

 

ຂ່າວ/ບົດ​ອື່ນ