ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍຄົມມະນາຄົມທາງນ້ຳພາຍໃນ
(vovworld) - ວັນທີ 21/5, ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ດ້ວຍຫຼາຍເນື້ອໃນທີ່ສຳຄັນ.
ຕອນເຊົ້າວັນທີ 21/5, ສະພາແຫ່ງຊາດໄດ້ເຮັດວຽກຢູ່ຫໍປະຊຸມ, ຮັບຟັງການອະພິປາຍ, ຮັບຟັງ, ດັດແປງຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍຄົມມະນາຄົມທາງນ້ຳພາຍໃນ ແລະ ປຶກສາຫາລືບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍສະບັບດັ່ງກ່າວ. ສສຊ ສ່ວນຫຼາຍໄດ້ຕີລາຄາວ່າ, ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍຄົມມະນາຄົມທາງນ້ຳພາຍໃນຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ຄັ້ງນີ້ໄດ້ຮັບຟັງຄຳເຫັນຂອງ ສສຊ ໃນສະໄຫມຄັ້ງກ່ອນຢ່າງເຂັ້ມງວດ ແລະ ດັດແປງ, ແກ້ໄຂໄດ້ບັນດາຂໍ້ຕິດຂັດ.
ທ້າຍວາລະປະຊຸມຕອນເຊົ້າ, ສະພາແຫ່ງຊາດຈັດການປະຊຸມສະເພາະ, ປຶກສາຫາລືທີ່ບັນດາຄະນະກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ເລື່ອງຈີນ ຕັ້ງຮ້ານເຈະາະນ້ຳມັນໄຮຢາງ 981 ຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະຂອງຫວຽດນາມ; ປຶກສາຫາລືແຜນນະໂຍບາຍ ແລະ ມາດຕະການຂອງຫວຽດນາມ.
ຕອນບ່າຍຂອງວັນທີ 21/5, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບການຄາດຄະເນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2015, ດັດແປງ, ລັດຖະບັນຍັດຊຸດທີ 13 ແລະ ປີ 2014 ຂອງສະພາແຫ່ງຊາດ, ສສຊ ຫຼາຍທ່ານມີຄຳເຫັນວ່າ: ຕ້ອງບຸລິມະສິດກົດໝາຍສະບັບຕ່າງໆຫັນບັນດາຂໍ້ກຳນົດຂອງລັດຖະ ທຳມະນູນປີ 2013 ເປັນລະບຽບກົດໝາຍ. ທ່ານເຈິນຢູລິກ, ສສຊ ນະຄອນໂຮ່ຈິມິນ ສະເໜີວ່າ:
“ໃນໄລຍະຍັງເຫຼືອຂອງສະພາແຫ່ງຊາດຊຸດທີ 13 ຕ້ອງກຳນົດບັນດາຈຸດໃໝ່ຂອງລັດຖະທຳມະນູນເພື່ອຜັນຂະຫຍາຍລັດຖະທຳມະນູນໃນຊີວິດການເປັນຢູ່. ສະພາແຫ່ງຊາດຕ້ອງແມ່ນອົງການປະຕິບັດລັດຖະທຳມະນູນທຳອິດ. ຂ້າພະເຈົ້າສະເໜີພວກເຮົາຕ້ອງເລືອກແຕ່ລະໝວດບັນຫາເພື່ອປະກາດໃຊ້ກົດໝາຍຄື: ໝວດກ່ຽວຂ້ອງເຖິງກົງຈັກລັດ, ການບໍລິຫານຂອງລັດ….“./.