ຢຸດຕິທຸກການເຄື່ອນໄຫວຂົນສົ່ງຜູ້ໂດຍສານດ້ວຍເຮືອບິນລະຫວ່າງບັນດາທ້ອງຖິ່ນພວມປະຕິບັດການແຍກຫ່າງສັງຄົມ

(VOVWORLD) -ຜູ້ຕາງຫນ້າກົມການບິນ ຫວຽດນາມ ໃຫ້ຮູ້ວ່າ: ພຽງແຕ່ບຸລິມະສິດຖ້ຽວບິນຮັບໃຊ້ວຽກງານລັດຖະການ ແລະ ຫນ້າທີ່ປ້ອງກັນຕ້ານໂລກລະບາດ.

ກົມການບິນ ຫວຽດນາມ ໃຫ້ຮູ້ວ່າ: ອົງການນີ້ ຫາກໍ່ມີບົດລາຍງານຕໍ່ກະຊວງຄົມມະນາຄົມຂົນສົ່ງເພື່ອຂໍອະນຸຍາດໃຫ້ປະຕິບັດການຢຸດຕິທຸກການເຄື່ອນໄຫວຂົນສົ່ງຜູ້ໂດຍສານລະຫວ່າງບັນດາທ້ອງຖິ່ນທີ່ພວມປະຕິບັດການແຍກຫ່າງສັງຄົມ ຕາມມະຕິເລກທີ 16 ຂອງນາຍົກລັດຖະມົນຕີ, ໃນນັ້ນ ມີສາຍການບິນ ນະຄອນໂຮ່ຈີມິນ - ຮ່າໂນ້ຍ.

ຜູ້ຕາງຫນ້າກົມການບິນ ຫວຽດນາມ ໃຫ້ຮູ້ວ່າ: ພຽງແຕ່ບຸລິມະສິດຖ້ຽວບິນຮັບໃຊ້ວຽກງານລັດຖະການ ແລະ ຫນ້າທີ່ປ້ອງກັນຕ້ານໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ