(vovworld)-ເລື່ອງຮັບເອົາຄຳເຫັນຂອງປະຊາຊົນທຸກຊັ້ນວັນນະໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ສືບຕໍ່ໄດ້ຮັບການຜັນຂະຫຍາຍຢູ່ບັນດາຂະແຫນງການ, ທ້ອງຖິ່ນຕ່າງໆ. ທີ່ກອງປະຊຸມປະກອບຄຳເຫັນໃສ່ລັດຖະທຳມະນູນ ໂດຍສະຫະພັນແຮງງານຫວຽດນາມ ຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 16/5, ບັນດາຜູ້ແທນລ້ວນແຕ່ເນັ້ນຫນັກເຖິງຄວາມຈຳເປັນຕ້ອງກຳນົດບົດບາດຂອງອົງການກຳມະບານໃນລັດຖະທຳມະນູນ. ທ່ານຟ້າມເທຢວຽດ, ອະດີດປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຍົກຄຳເຫັນວ່າ:
“ພັກກອມມູນິດຫວຽດນາມ ໄດ້ຮັບຮູ້ວ່າພັກແມ່ນກອງນຳຫນ້າຂອງຊົນຊັ້ນກຳມະກອນ. ສຳລັບຊົນຊັ້ນກຳມະກອນ, ກຳມະບານແມ່ນອົງການຕົວແທນໂດຍກົງ ແລະ ໃກ້ຊິດຕິດແທດ. ຢາກມີອົງຄະນະພັກແຂງແຮງ, ຊົນຊັ້ນກຳມະກອນແຂງແຮງ ຕ້ອງຖືເປັນສຳຄັນບົດບາດຂອງອົງການກຳມະບານ. ເພາະສະນັ້ນ ຕ້ອງຢືນຢັນບົດບາດຂອງກຳມະບານໃນລັດຖະທຳມະນູນ.”