ຢູ່ຫວຽດນາມຍັງມີກາລະໂອກາດຫລາຍຢ່າງໃຫ້ແກ່AFPຜັນຂະຫຍາຍການຮ່ວມມື
ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ຕ້ອນຮັບທ່ານ Emmanuel Hoog ປະທານ, ຜູ້ອຳນວຍການຝ່າຍບໍລິຫານສຳນັກຂ່າວສານ AFP
|
(vovworld)- ຕອນບ່າຍວັນທີ 30/3, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ຕ້ອນຮັບທ່ານ Emmanuel Hoog ປະທານ, ຜູ້ອຳນວຍການຝ່າຍບໍລິຫານສຳນັກຂ່າວສານ AFP ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານປະທານປະເທດ ເຈີນດ້າຍກວາງ ຕີລາຄາສູງ ເລື່ອງ AFP ແມ່ນສຳນັກຂ່າວສານຕ່າງປະເທດທຳອິດ ແລະ ຫນຶ່ງດຽວ ໄດ້ເປີດຫ້ອງການຜູ້ຕາງຫນ້າຢູ່ຫວຽດນາມ ແຕ່ຊຸມປີ 1950 ແລະ ມີນັກຂ່າວມາປະຈຳຢູ່ ຮ່າໂນ້ຍ ຢ່າງລຽນຕິດ ເພື່ອແນະນຳກ່ຽວກັບຫວຽດນາມ ໃນເກືອບ 70 ປີຜ່ານມາ ພ້ອມທັງເນັ້ນຫນັກວ່າ : ຫວຽດນາມ ຍັງມີຫລາຍກາລະໂອກາດໃຫ້ແກ່ AFP ສືບຕໍ່ຜັນຂະຫຍາຍຮ່ວມມືໃນຂົງເຂດສື່ສານ. ທ່ານປະທານປະເທດ ສະເຫນີ AFP ສືບຕໍ່ເຄື່ອນໄຫວຢ່າງຕັ້ງຫນ້າ, ສົ່ງຂ່າວກ່ຽວກັບຫວຽດນາມ ຢ່າງພາວະວິໄສ, ຊ່ວຍໃຫ້ໂລກມີຄວາມເຂົ້າໃຈກ່ຽວກັບຫວຽດນາມ ກວ່າ ກໍຄືການພົວພັນລະຫວ່າງຫວຽດນາມ ແລະ ຝລັ່ງ ພວມພັດທະນາຢ່າງແຮງ. ສ່ວນທ່ານ Emmanuel Hoog ຜູ້ອຳນວຍການຝ່າຍບໍລິຫານ AFP ຕີລາຄາສູງການພັດທະນາຂອງລະບົບສື່ມວນຊົນຫວຽດນາມໃນໄລຍະຜ່ານມາ ແລະ ໃຫ້ຮູ້ວ່າ: AFP ຈະນັບມື້ນັບປ່ຽນໃຫມ່ ແລະ ຫັນພາຫະນະເປັນທັນສະໄຫມເພື່ອ ໂຄສະນາສະພາບການເມືອງ, ສະຖານະການ ແລະ ຮູບພາບກ່ຽວກັບປະເທດຊາດ, ຊາວຫວຽດນາມເຖິງເພື່ອນມິດສາກົນ ຢ່າງ ມີປະສິດທິຜົນ, ຊັດເຈນ, ທັນການ.