ຢ່າງໜ້ອຍສຸດມີ10ຕົວການຖືກສົງໄສເຂົ້າຮ່ວມເຫດວາງລະເບີດຢູ່ໄທ

ຢ່າງໜ້ອຍສຸດມີ10ຕົວການຖືກສົງໄສເຂົ້າຮ່ວມເຫດວາງລະເບີດຢູ່ໄທ - ảnh 1
ເຫດ​ວາງ​ລະ​ເບີດ​ຢູ່​​ວິຫານ ​ເອ​ຣາວັນ
(ພາບ: anninhthudo.vn)


(vovworld) – ວັນ​ທີ 20/08, ຜູ້​ບັນຊາ​ການ​ຕຳຫຼວດ​ໄທ ສົມ​ຍົດ ພູ​ມພັນ​ມ່ວງ, ​ໃຫ້​ຮູ້​ວ່າ, ຢ່າງ​ໜ້ອຍ​ສຸດ​ມີ 10 ຄົນຖືກ​ສົງ​ໄສ​ເຂົ້າ​ຮ່ວມ​​ເຫດ​ວາງ​ລະ​ເບີດ​ຢູ່​​ວິຫານ ​ເອ​ຣາວັນ, ນະຄອນຫຼວງ​ບາງກອກ ​ໃນ​ວັນ​ທີ 17/08, ​ເຮັດ​ໃຫ​້ຢ່າງ​ໜ້ອຍ​ສຸດ​ມີ 20 ຄົນ​ເສ​ຍຊີວິດ ​ແລະ ກວ່າ 120 ຄົນ​ຮັບ​ບາ​ດ​ເຈັບ. ທ່ານ ສົມ​ຍົດ ​ເນັ້ນ​ໜັກ​ວ່າ, ຜູ້​ຖືກ​ສົງ​ໄສ​ກໍ​ໃຫ້​ເກີດ​ເຫດ​ວາລະ​​ເບີດ​ບໍ່​ສາມ​າດປະຕິບັດ​ພຽງ​ຜູ້​ດຽວ​ໄດ້, ຫາກ​ຕ້ອງມີ​ການ​ໜູນ​ຊ່ວຍ​ຂອງ​ຫຼາຍ​ຄົນ, ບັນດາ​ບຸກຄົນ​ນີ້ຕ້ອງ​ຮູ້​ແຈ້ງ​ທາງ​ໜີ. ຄຳ​ຖະ​ແຫຼ​ງ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ ​ໃນ​ສະພາບ​ທີ່​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ໄທ ພວມ​ຍູ້​ແຮ​ງບັ້ນ​ຊອກ​ຫາຜູ້​ຕ້ອງ​ໂທດ​ໃນ​ເຫດ​ວາງ​ລະ​ເບີດ. ປະຈຸ​ບັນ, ຕຳຫຼວດ​ໄທ ​ໄດ້​ອອກ​ຄຳ​ສັ່ງຊອກ​ຈັບບັນດາ​ຜູ້​ຖືກ​ສົງ​ໄສ.

ຂ່າວ/ບົດ​ອື່ນ