ຢາລາຍ:ອັດງານມະໂຫລານດົນຕີເຂດໄຕງວຽນແລະບັນດາແຂວງ,ນະຄອນທາງພາກໃຕ້
ການສະແດງສິລະປະໃນງານມະໂຫລານ
(vovworld) - ງານມະໂຫລານດົນຕີເຂດ ໄຕງວຽນ ແລະ ບັນດາແຂວງ, ນະຄອນທາງພາກໃຕ້ຖືກອັດລົງໃນຕອນຄຳ່ວັນທີ 18/3, ຫຼັງຈາກທີ່ໄດ້ດຳເນີນຢູ່ນະຄອນ ປໄລກູ, ແຂວງ ຢາລາຍເປັນເວລາສອງວັນ. ພ້ອມກັບການຈັດຕັ້ງກອງປະຊູມສຳມະນາຊອກຫາທິດທາງຮັກສາ ແລະ ເສີມຂະຫຍາຍດົນຕີຂອງບັນດາເຜົ່າ ໄຕງວຽນ, ງານມະໂຫລານໄດ້ແນະນຳບັນດາບົດເພງໃໝ່ນັບແຕ່ປີ 2013 ມາຮອດປັດຈຸບັນນີ້. ໃນນັ້ນ, ມີຫຼາຍບົດເພງທີ່ມີຄຸນນະພາບ, ສ່ອງແສງຊີວິດທາງດ້ານດົນຕີຢ່າງຈະແຈ້ງ, ເຕັມໄປດ້ວຍວັດທະນະທຳຂອງບັນດາເຜົ່າ ໄຕງວຽນ. ນັກດົນຕີ ໂດ້ຮົ່ງກວນ, ປະທານສະມາຄົມນັກດົນຕີ ຫວຽດນາມ ຕີລາຄາວ່າ :
“ບັນດານັກດົນຕີທີ່ເຄີຍຕິດພັນກັບເຂດ ໄຕງວຽນ ປະຫວັດສາດນີ້, ບໍ່ພຽງແຕ່ມີບັນດາບົດເພງຕາມທຳນອງດົນຕີເກົ່າເທົ່ານັ້ນ, ຫາກຍັງມີຫົວຄິດປະດິດສ້າງໃນການປະພັນດົນຕີໃໝ່ອີກດ້ວຍ. ສະພາສິລະປະຕີລາຄາສູງຫົວຄິດປະດິດສ້າງໃນການປະພັນດົນຕີ ແລະ ການສະແດງ. ອັນໄດ້ເຮັດໃຫ້ງານມະໂຫລານດົນຕີມີຊີວິດຊີວາກວ່າ.”