ລົງທຶນ80ຕື້ດົ່ງ“ພັດທະນາສາທາລະນະສຸກທະເລ,ໝູ່ເກາະຫວຽດນາມຮອດປີ2020”
ພາບປະກອບ
(vovworld) – ຄະນະກຳມະການປະຊາຊົນແຂວງ ກວາງນາມ ຫາກໍ່ຮັບຮອງເອົາແຜນການຜັນຂະຫຍາຍແຜນຮ່າງ “ພັດທະນາສາທາລະນະສຸກທະເລ, ໝູ່ເກາະ ຫວຽດນາມ ຮອດປີ 2020” ດ້ວຍຈຳນວນເງິນກ່ວາ 80 ຕື້ດົ່ງ. ແຜນຮ່າງເພື່ອແນໃສ່ຈຸດໝາຍຍົກສູງກຳລັງຄວາມສາມາດ ດ້ານສາທາລະນະສຸກ ໃຫ້ມີຄວາມສາມາດຢ່າງພຽງພໍເພື່ອຮັບປະກັນໃຫ້ປະຊາຊົນ ແລະ ກຳລັງປະກອບອາວຸດທີ່ດຳລົງຊີວິດ, ເຮັດວຽກຢູ່ເຂດແຄມທະເລ ແລະ ຢູ່ ເກາະ ກູ່ລາວຈາມ, ແຂວງ ກວາງນາມ.
ຕາມນັ້ນແລ້ວ, ແຜນຮ່າງຈະໄດ້ຮັບການຜັນຂະຫຍາຍຢູ່ 27 ຕາແສງ, ເທດສະບານແຄມທະເລສັງກັດ 6 ເມືອງ, ນະຄອນແຄມທະເລຂອງແຂວງ ກວາງນາມ. ກ່ອນອື່ນໝົດ, ໃນປີນີ້, ຈະດຳເນີນການສ້ອມແປງຍົກລະດັບສຸກສາລາ ຢູ່ກູ່ລາວຈາມ ໃຫ້ມີຄວາມສາມາດຢ່າງພຽງພໍເພື່ອດຳເນີນການຜ່າຕັດ… ຊາວປະມົງ ກວາງນາມ 100% ໄດ້ຝຶກອົບຮົມຄວາມຮູ້ຊັ້ນຕົ້ນກ່ຽວກັບການພະຍາບານສຸກເສີນ ແລະ ປິ່ນປົວພະຍາດທົ່ວໄປ.