ລັດ Beyern (ເຢຍ​ລະ​ມັນ) ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາກາ​ລະ​ໂອ​ກາດ​ດ້ານ​ການ​ຄ້າ​ຈາກ EVFTA ກັບ ຫວຽດ​ນາມ

(VOVWORLD) -ວັນທີ 27 ຕຸລາ, ສະຫະສະມາຄົມເສດຖະກິດລັດ Beyern (VBW) ໄດ້ສົມທົບກັບສະຫະສະມາຄົມເຄື່ອງໂລຫະ-ໄຟຟ້າກົນຈັກລັດ Beyern (Bayme VBM) ຈັດກອງປະຊຸມສຳມະນາຜ່ານທາງອອນລາຍກ່ຽວກັບບັນດາກາລະໂອກາດຂອງສັນຍາການຄ້າເສລີງະຫວ່າງ  ຫວຽດນາມ - ສະຫະພາບເອີລົບ (EVFTA) ສຳລັບບັນດາວິສາຫະກິດຂອງລັດອຸດສາຫະກຳທີ່ມີເສດຖະກິດຂະຫຍາຍຕົວແຮງຂອງ ເຢຍລະມັນ.
ລັດ Beyern (ເຢຍ​ລະ​ມັນ) ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາກາ​ລະ​ໂອ​ກາດ​ດ້ານ​ການ​ຄ້າ​ຈາກ EVFTA ກັບ ຫວຽດ​ນາມ - ảnh 1 (ພາບປະກອບ: TTXVN)

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນເຂົ້າຮ່ວມລ້ວນແຕ່ເຫັນດີຕີລາຄາວ່າ EVFTA ແມ່ນບາດກ້າວສຳຄັນສຳລັບບັນດາວິສາຫະກິດ ເອີລົບ, ເຢຍລະມັນ ແລະ ລັດ Beyern ກໍໍ່ຄືກັບບັນດາວິສາຫະກິດ ຫວຽດນາມ, ພ້ອມທັງໃຫ້ຮູ້ວ່າ ສາມາດຮັບຮູ້ໄດ້ບັນດາຜົນກະທົບທີ່ຕັ້ງໜ້າເຊິ່ງ EVFTA ນຳມາໃຫ້.

ທ່ານ Bertram Brossardt ຜູ້ອຳນວຍການບໍລິການ (CEO) VBW ຖືວ່າ ຫວຽດນາມ ນັບມື້ນັບກາຍເປັນສະຖານທີ່ລົງທຶນອັນດູດດື່ມ ແລະ ມີຄວາມໝາຍໃຫຍ່ດ້ານເສດຖະກິດສຳລັບບັນດາວິສາຫະກິດລັດ Beyern ນັບທັງເມື່ອ ຫວຽດນາມ ຍັງບໍ່ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຂອງ  Beyern.

ທ່ານ Brossardt ເນັ້ນໜັກວ່າ ໃນສະພາບການເຄັ່ງຕຶງດ້ານການຄ້າເພີ່ມຂຶ້ນໃນທົ່ວໂລກ, ເລື່ອງພ້ອມກັບບັນດາຄູ່ຮ່ວມມືມຸ່ງໄປເຖິງບັນດາຕະຫຼາດເປີດກັບບັນດາເງື່ອນໄຂລົງທຶນທີ່ດີແມ່ນລ້ວນແຕ່ຖືກຕ້ອງ. EVFTA ຈະເປີດບັນດາກາລະໂອກາດສຳຜັດກັບຕະຫຼາດໃໝ່ໃຫ້ແກ່ບັນດາວິສາຫະກິດສອງຝ່າຍ, ບໍ່ພຽງແຕ່ຊ່ວຍນຳມາເຊິ່ງຄວາມວັດທະນາຖາວອນເທົ່ານັ້ນແຕ່ຍັງຊ່ວຍຊຸກຍູ້ການຄ້າສາກົນຕື່ມອີກ. ດ້ວຍສັນຍານີ້, ບັນດາວິສາຫະກິດ Beyern ຈະມີກາລະໂອກາດຊອກຫາຖານະບົດບາດທີ່ດີກວ່າຢູ່ຕະຫຼາດພວມພັດທະນາຄື ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ