ລົດຂົນສົ່ງຜູ້ໂດຍສານລະດູບານໃໝ່-ບຸນເຕັດແຫ່ງການເຕົ້າໂຮມ
(ພາບປະກອບ: baomoi)
(vovworld) – ວັນທີ 31/01, ຢູ່ມະຫາວິທະຍາໄລ່ຊັບພະວິຊາ - ມະຫາວິທະຍາໄລ່ດ່ານັ້ງ, ມີລົດຂົນສົ່ງຜູ້ໂດຍສານ 12 ຄັນ ໄດ້ເລີ່ມເດີນທາງ ສົ່ງນັກສຶກສາ, ກຳມະກອນ, ຄົນງານທີ່ປະສົບກັບຄວາມຫຍຸ້ງຍາກເກືອບ 600 ຄົນກັບເມືອບ້ານເກີດເມືອງຕອນຕ້ອນຮັບບຸນເຕັດພ້ອມກັບຄອບຄົວ.
ແລະກໍໃນຕອນເຊົ້າວັນດຽວກັນ, ຢູ່ຮ່າໂນ້ຍ ໄດ້ມີລົດຂົນສົ່ງຜູ້ໂດຍສານ ໄດ້ສົ່ງນັກສຶກສາກວ່າ 1.125 ຄົນກັບເມືອບ້ານເກີດເມືອງນອນຕ້ອນຮັບບຸນເຕັດ. ນັກສຶກສາ ເລທິທຸຍ, ໄດ້ແບ່ງປັນວ່າ.
“ນ້ອງຮູ້ສືກດີໃຈຫຼານ ແລະ ຕື້ນຕັນໃຈທີ່ສຸດເມື່ອຄະນະຈັດຕັ້ງ ໄດ້ຈັດບັນດາລົດຂົນສົ່ງຜູ້ໂດຍສານຄືແນວນີ້ເພື່ອໃຫ້ນັກສຶກສາຄືພວກນ້ອງໄດ້ກັບເມືອບ້ານເກີດເມືອງນອນຕ້ອນຮັບບຸນເຕັດ ຢ່າງສະດວກສະບາຍ. ນ້ອງຫວັງວ່າ, ລາຍການນີ້ຈະສືບຕໍ່ໄດ້ຮັບການຈັດຕັ້ງໃນຊຸມປີຈະມາເຖິງເພື່ອຊ່ວຍໃຫ້ນັກສຶກສາທີີ່ປະສົບກັບຄວາມຫຍຸ້ງຍາກຄືພວກນ້ອງໄດ້ກັບເມືອບານຢ່າງວ່ອງໄວ, ສະດວກທີ່ສຸດ”.