(vovworld) – ວັນທີ 26/5, ລັດຖະມົນຕີການຕ່າງປະເທດ ຊີຣີ Walid Mualem ມີການຢ້ຽມຢາມໂດຍບັງເອີນເຖິງ ອີຣັກ ເພື່ອແນໃສ່ຊອກຫາການສະໜັບສະໜູນຂອງ ແບກແດດ ຕໍ່ໜ້າຄຳຕັດສິນປະເທດນີ້ຈະເຂົ້າຮ່ວມກອງປະຊຸມກ່ຽວກັບຊີຣີ ໂດຍລັດເຊຍ ແລະ ອາເມລິກາ ເປັນປະທານຮ່ວມໃນເດືອນ 6 ຢູ່ ເຊີແນວ, ປະເທດ ສະວິດ ຢ່າງມີຫຼັກການ. ທີ່ການປະຊຸມຂ່າວຮ່ວມກັບຄູ່ຕຳແໜ່ງ ອີຣັກ Zebari ຢູ່ນະຄອນຫຼວງ ແບກແດດ, ທ່ານ Mualem ເນັ້ນໜັກວ່າ: “ກອງປະຊຸມແມ່ນໂອກາດທີ່ດີໃຫ້ແກ່ມາດຕາການການເມືອງຢູ່ ຊີຣີ”. ທ່ານຢືນຢັນຄືນຫຼັກໝັ້ນຂອງລັດຖະບານຊີຣີ ທີ່ປາດຖະໜາຢາກມີການເຈລະຈາລະຫວ່າງຝ່າຍຕ່າງໆຢູ່ ຊີຣີ ແລະ ຖືວ່ານີ້ແມ່ນມາດຕະການແກ້ໄຂໜຶ່ງດຽວໃຫ້ແກ່ວິກິດການການເມືອງທີ່ແກ່ຍາວໃນຫຼາຍເດືອນຜ່ານມາຢູ່ປະເທດນີ້. ກອ່ນໜ້ານັ້ນ, ທ່ານ Mualem ກໍ່ມີການພົບປະກັບທ່ານນາຍົກລັດຖະມົນຕີ ອີຣັກ Maliki. ທີ່ການພົບປະ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການແກ້ໄຂວິກິດການຢູ່ ຊີຣີ ໃນປະຈຸບັນ. ທ່ານ Mualem ກໍ່ສະແດງຄວາມປາດຖະໜາຢາກໄດ້ຮັບການສະໜັບສະໜູນຂອງ ອີຣັກ ໃນການແກ້ໄຂບັນດາບັນຫາຢູ່ ຊີຣີ.