ລັດຖະບານ ຝະຣັ່ງ ປະກາດແຜນງົບປະມານແຫ່ງຊາດ 2018

(VOVWORLD) - ວັນທີ 27 ກັນຍາ, ລັດຖະບານ ຝະຣັ່ງ ປະກາດແຜນງົບປະມານແຫ່ງຊາດໃນອາຍຸການທຳອິດຂອງທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron.
ລັດຖະບານ ຝະຣັ່ງ ປະກາດແຜນງົບປະມານແຫ່ງຊາດ 2018 - ảnh 1 ທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron (ພາບ: AFP/TTXVN)

ໃນແຜນງົບປະມານ 2018, ທ່ານປະທານາທິບໍດີ Macron ໃຫ້ຄຳໝັ້ນສັນຍາວ່າ ງົບປະມານປີ 2018 ຈະປະຢັດເງິນໄດ້ 19 ຕື້ USD ໂດຍອີງໃສ່ແຜນການຫລຸດຜ່ອນການຂາດດຸນງົບປະມານລົງເຫຼືອພຽງ 2,6% ຍອດຜະລິດຕະພັນພາຍໃນປະເທດ (GDP) ໃນສົກປີການເງິນຈະມາເຖິງ. ຕາມແຜນງົບປະມານແລ້ວ, ລັດຖະບານກໍ່ຢາກຫລຸດພາສີວິສາຫະກິດລົງເຫຼືອພຽງ 25% ໃນປີ 2022, ເມື່ອທຽບໃສ່ລະດັບ 33% ຄືປະຈຸບັນ. ໃນຂະນະນັ້ນ, ງົບປະມານທີ່ສະຫງວນໃຫ້ບາງກະຊວງ ໄດ້ເພີ່ມຂຶ້ນໃນສົກປີການເງິນຈະມາເຖິງ. ລັດຖະບານ ຝະຣັ່ງ ກໍ່ຮັບຮູ້ແຜນການຫລຸດຜ່ອນການເກັບອາກອນລາຍຮັບ ສຳລັບພະນັກງານ, ພາລະກອນການເງິນທີ່ໄດ້ຮັບເງິນເດືອນສູງ, ຖືນີ້ແມ່ນ ຄວາມມານະພະຍາຍາມແນໃສ່ເພີ່ມກຳລັງດຶງດູດຂອງ ປາຣີ ສຳລັບບັນດາບໍລິສັດການເງິນຕ່າງປະເທດ ທີ່ພວມຊອກຫາວິທີຍ້າຍການເຄື່ອນໄຫວອອກຈາກ ລອນດອນ ພາຍຫລັງ ອັງກິດ ຖອນອອກຈາກສະຫະພາບ ເອີຣົບ (ອີຢູ) ຫຼື ເອີ້ນວ່າ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ