ລັດຖະບານ ອາເມລິກາ ແບ່ງປັນກັບ ຫວຽດນາມ ກ່ຽວກັບຜົນເສຍຫາຍຍ້ອນຝົນຕົກ, ນ້ຳຖ້ວມກໍ່ຂຶ້ນຢູ່ບັນດາແຂວງພາກກາງ

(VOVWORLD) -  ວັນທີ 22 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ອອກຖະແຫຼງຂ່າວກ່ຽວກັບເລື່ອງລັດຖະບານ ອາເມລິກາ ແບ່ງປັນກັບ ຫວຽດນາມ ກ່ຽວກັບຜົນເສຍຫາຍຍ້ອນຝົນຕົກ, ນ້ຳຖ້ວມກໍ່ຂຶ້ນຢູ່ບັນດາແຂວງພາກກາງ.
ລັດຖະບານ ອາເມລິກາ ແບ່ງປັນກັບ ຫວຽດນາມ ກ່ຽວກັບຜົນເສຍຫາຍຍ້ອນຝົນຕົກ, ນ້ຳຖ້ວມກໍ່ຂຶ້ນຢູ່ບັນດາແຂວງພາກກາງ - ảnh 1 (ພາບປະກອບ)

        ຖະແຫຼງຂ່າວໃຫ້ຮູ້ວ່າ: ລັດຖະບານ ອາເມລິກາ ຂໍແບ່ງປັນຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງມາຍັງ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ຜົນເສຍຫາຍດ້ານຊີວິດອິນຊີ ຍ້ອນຝົນຕົກນ້ຳຖ້ວມກໍ່ຂຶ້ນຢູ່ພາກກາງ ຫວຽດນາມ ເນື່ອງຈາກຜົນສະທ້ອນຂອງພະຍຸ Linfa. ລັດຖະບານ ອາເມລິກາ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ຮັບມືກັບຜົນເສຍຫາຍດັ່ງກ່າວ, ພ້ອມທັງສະແດງຄວາມເຫັນອົກເຫັນໃຈມາຍັງຜູ້ໄດ້ຮັບຜົນສະທ້ອນຍ້ອນໄພພິບັດທຳມະຊາດ, ລວມທັງປະຊາຊົນທີ່ມີເຮືອນຊານຖືກເສຍຫາຍນັບຫລາຍພັນຄົນ.

        ອົງການພັດທະນາສາກົນອາເມລິກາ ໄດ້ຕັດສິນໃຈອຸປະຖຳມະນຸດສະທຳທີ່ມີມູນຄ່າ 200.000 USD ແນໃສ່ຊ່ວຍ ຫວຽດນາມ ແລະ ກຳປູເຈຍ ຮັບມືກັບຜົນສະທ້ອນຈາກຝົນຕົກ, ນ້ຳຖ້ວມ.

 

ຕອບກັບ

ຂ່າວ/ບົດ​ອື່ນ