ກອງປະຊຸມນັດສາມັນເດືອນ 2/2013
(ພາບ: chinhphu.vn)
(vovworld) – ຍູ້ແຮງການແກ້ໄຂໜີ້ເສຍຕິດພັນກັບການສ້າງໂຄງປະກອບລະບົບທະນາຄານຄືນໃໝ່; ບໍ່ປະໃຫ້ທະນາຄາດທີ່ອ່ອນດ້ອຍ ກໍ່ຄວາມວຸ່ນວາຍໃຫ້ຕະຫຼາດການເງິນ, ເງິນຕາ. ນີ້ແມ່ນໜຶ່ງໃນບັນດາຄຳຮຽກຮ້ອງຂອງທ່ານນາຍົກລັກຖະມົນຕີ ຫງວຽນເຕິ໋ນຢຸງ ທີ່ກອງປະຊຸມນັດສາມັນເດືອນ 2 ຂອງລັດຖະບານ, ເຊິ່ງຈັດຂຶ້ນໃນວັນທີ 28/2 ຢູ່ສຳນັກງານລັດຖະບານ. ທ່ານນາຍົກລັກຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖີ່ນຕ່າງໆສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ ແລະ ໜູນຊ່ວຍຢ່າງທັນການ ເພື່ອແນໃສ່ຮັກສາການຜະລິດ, ດຳເນີນທຸລະກິດນັບທັງໃນຂະແໜງອຸດສາຫະກຳ, ກະສີກຳ ແລະ ການບໍລິການ ຕິດພັນກັບການປ່ອຍແຫຼ່ງເງິນລົງທຶນຂອງລັດ; ສົ່ງເສີມບັນດາແຫຼ່ງກຳລັງພາຍໃນ ແລະ ຕ່າງປະເທດ ກໍ່ຄືດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທະນາຄານແຫ່ງລັດ ຊີ້ນຳຫຼຸດຜ່ອນອັດຕາດອກເບ້ຍ ແລະ ເພີ່ມສິນເຊື່ອຢ່າງເໝາະສົມ. ພ້ອມທັງສືບຕໍ່ຮັກສາອັດຕາແລກປ່ຽນເງິນຕາໃຫ້ເປັນປົກກະຕິ, ຍູ້ແຮງການແກ້ໄຂໜີ້ເສຍໃນລະບົບທະນາຄານ. ທ່ານນາຍົກລັກຖະມົນຕີ ຫງວຽນເຕິ໋ນຢຸງ ຊີ້ແຈ້ງວ່າ:
“ທະນາຄານຕ້ອງຮັບຜິດຊອບແກ້ໄຂໜີ້ເສຍຢ່າງເດັດຂາດ, ຫັກເງິນຈາກ ກອງທຶນສຳຮອງເພື່ອແກ້ໄຂ, ຫຼັງຈາກນັ້ນຈະສ້າງໂຄງປະກອບໜີ້ເສຍຄືນໃໝ່. ພວກເຮົາຕ້ອງສ້າງໂຄງປະກອບຄືນໃໝ່ຢ່າງເດັດຂາດ ເພື່ອບໍ່ປະໃຫ້ທະນາຄານທີ່ອ່ອນດ້ອຍກໍ່ຄວາມວຸນວາຍໃຫ້ຕະຫຼາດການເງິນ ເງິນຕາ, ກໍ່ຄວາມວິຕົກກັງວົນໃຫ້ພື້ນຖານເສດຖະກິດ. ຕ້ອງນຳໃຊ້ທຸກວິທີເພື່ອສ້າງກົນໄກ, ຂໍ້ກຳນົດ ແນໃສ່ຄວບຄຸມບັນຫານີ້ຢ່າງເຄັ່ງຄັດ“
ທ່ານນາຍົກລັກຖະມົນຕີ ຫງວຽນເຕິ໋ນຢຸງ ກໍ່ແນະນຳໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖີ່ນຕ່າງໆ ສືບຕໍ່ເປັນເຈົ້າການຜັນຂະຫຍາຍບັນດານະໂຍບາຍ, ໂຄງການຮັບປະກັນຊີວິດສັງຄົມ. ພ້ອມກັນນັ້ນ, ສືບຕໍ່ຍູ້ແຮງການປະຕິຮູບດ້ານການບໍລິຫານ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ, ສຸມໃສ່ແກ້ໄຂການຮ້ອງຟ້ອງ, ກ່າວຟ້ອງຂອງພົນລະເມືອງ, ຜັນຂະຫຍາຍການປະກອບຄຳເຫັນໃສ່ຮ່າງລັດຖະທຳມະນຸນປີ 1992 ສະບັບປັບປຸງ.
ແລະກໍ່ຢູ່ທີ່ກອງປະຊຸມນັດສາມັນເດືອນ 2 ຂອງລັດຖະບານ, ທ່ານນາຍົກລັກຖະມົນຕີ ຫງວຽນເຕິ໋ນຢຸງ ພ້ອມກັບບັນດາສະມາຊິກໃນລັດຖະບານໄດ້ປະກອບຫຼາຍຄຳເຫັນ ທີ່ກ່ຽວຂ້ອງເຖິງແຜນຮ່າງ, ແຜນນະໂຍບາຍ, ມາດຕະການເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຍູ້ແຮງວຽກງານຮັກສາຊັບພະຍາກອນ ແລະ ສິ່ງແວດລ້ອມ.