ລັດຖະບານຈັດຕັ້ງກອງປະຊຸມຖະແຫຼງຂ່າວປະຈຳເດືອນ ມັງກອນ 2019

(VOVWORLD) - ຕອນບ່າຍວັນທີ 31 ມັງກອນ ຢູ່ຮ່າໂນ້ຍ, ລັດຖະບານ ຫວຽດນາມ ໄດ້ດຳເນີນກອງປະຊຸມຖະແຫຼງຂ່າວປະຈຳເດືອນ ມັງກອນ 2019 ໂດຍແຈ້ງໃຫ້ຊາບກ່ຽວກັບບັນດາບັນຫາເສດຖະກິດສັງຄົມເຊິ່ງສື່ມວນຊົນ ແລະ ຫາງສຽງມີຄວາມສົນໃຈ.

ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບເລື່ອງປະຊາຊົນປະສົບກັບຄວາມຫຍຸ້ງຍາກເມື່ອປ່ຽນເຄືອຂ່າຍໂທລະສັບດ້ວຍການຮັກສາເບີເດີມ, ທ່ານ ຮ່ວາງຫວີງບາວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຖືວ່າ:

        ແຕ່ລະອາທິດ ພວກຂ້າພະເຈົ້າໄດ້ແລກປ່ຽນວຽກງານ ເພື່ອແກ້ໄຂບັນດາສິ່ງຕິດຄັດຢ່າງທັນການ, ຮຽກຮ້ອງບັນດາບໍລິສັດເຄືອຂ່າຍໂທລະສັບເປີດເຜີຍຂັ້ນຕອນການປ່ຽນ ເພື່ອໃຫ້ປະຊາຊົນຮັບຮູ້. ທ້າຍເດືອນນີ້ ພວກຂ້າພະເຈົ້າຈະຕິດຕັ້ງໂທລະສັບສາຍດ່ວນ ເພື່ອຮັບການສ່ອງແສງຈາກປະຊາຊົນ.

        ກ່ຽວຂ້ອງເຖິງບັນຫາຕູ້ container ຕິດຄ້າງຢູ່ທ່າກ່ຳປັ່ນ ຫ໋າຍຟ່ອງ, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເລກົງແທັ່ງ ໃຫ້ຮູ້ວ່າ: ໜ່ວຍງານປະຕິບັດງານຂອງລັດຖະບານ ແລະ ນາຍົກລັດຖະມົນຕີ ໄດ້ຊີ້ນຳວ່າ ໃນໄລຍະຈະມາເຖິງຈະປັບປຸງຂໍ້ກຳນົດການກວດກາແຫ່ງລັດ ກ່ຽວກັບຄຸນນະພາບສິ່ງເສດເຫຼືອນຳເຂົ້າຕາມທິດເພີ່ມທະວີຄວາມຮັບຜິດຊອບພາຍຫລັງການກວດກາ.

ຕອບກັບ

ຂ່າວ/ບົດ​ອື່ນ