ລັດຖະບານຊີ້ນຳການຍູ້ແຮງຄວາມຄືບໜ້າການກໍ່ສ້າງເຂດເສດຖະກິດພິເສດຟູ໋ກວກ

ລັດຖະບານຊີ້ນຳການຍູ້ແຮງຄວາມຄືບໜ້າການກໍ່ສ້າງເຂດເສດຖະກິດພິເສດຟູ໋ກວກ - ảnh 1
ເກາະ ຟູ໋ກວກ (ພາບ​ປະ​ກອບ)

(vovworld) – ເວ​ລາມໍ່​ໆ​ມານີ້, ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ສະ​ເໜີໃຫ້​ແຂວງ ກຽນ​ຢາງ ສ້າງ​ສຳ​ເລັດ​ແຜນ​ຮ່າງ​ສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ພິ​ເສດ ຟູ໋ກວກ ໂດຍ​ໄວ, ພ້ອມ​ທັງ​ຂຸດ​ຄົ້ນ, ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ພັດ​ທະ​ນາ​ຂອງ​ເກາະ ຟູ໋ກວກ, ຍູ້​ໄວ​ຄວາມ​ຄ​ືບ​ໜ້າ​ສ້າງ​ສຳ​ເລັດ​ພື້ນ​ຖານ​ໂຄງ​ລ່າງ​ໃນ​ເກາະ, ສ​້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ ແລະ ສະ​ພາບ​ແວດ​ລ້ອມ​ເປັນ​ຢ່າງ​ດີ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ເຂົ້າ​ຮ່ວມ​ການ​ລົງ​ທຶນ​ໃນ​ເກາະ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ່​ສະ​ເໜີ​ໃຫ້​ແຂວງ​ສືບ​ຕໍ່​ປ່ຽນ​ໃໝ່​ເພ​ື່ອ​ພັດ​ທະ​ນາ, ປະ​​ຕິບັດ​ການ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ຄືນ​ໃໝ່, ຫັນ​ປ່ຽນ​ກົນ​ໄກ​ເສດ​ຖະ​ກິດ, ເປັນ​ເຈົ້າ​ການ​ກຳ​ແໜ້ນ​ກາ​ລ​ະ​ໂອ​ກາດ​ເພື່ອ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂ​ວາງ ກັບ​ບັນ​ດາ​ປະ​ເທດ ກ່ອນ​ອື່ນ​ໝົດ​ແມ່ນ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊ​ຽນ. ແຂວງ ຕ່ຽນ​ຢາງ ຄວນ​ປະ​ຕິ​ບັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບກ​ະ​ສິ​ກຳ ຕິດ​ພັນ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຄືນ​ໃໝ່, ຍົກ​ສູງ​ກຳ​ລັງ​ຄຸ້ມ​ຄອງ, ບໍ​ລິ​ຫານ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ, ມີ​ມາດ​ຕະ​ການ​ຫລຸດ​ຜ່ອນ​ຜົນ​ສະ​ທ້ອນ​​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ນ້ຳ​ທະ​ເລ​ຂຶ້ນ​ສູງ​ເຖິງ​ການ​ຜະ​ລິ​ດ ແລະ ຊີດ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ພ້ອມ​ກັນ​ນັ້ນ​ປັ​ບ​ປຸງທ່າ​ຮົບ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ ແລະ ​ທ່າ​ຮົບ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ປະ​ຊາ​ຊົນ, ກໍ່​ສ້າງ​ເຂດ​ຊາຍ​ແດນ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ສ​ະ​ຖຽນ​ລະ​ພາບ, ຮ່ວມ​ມື​ກັບ​ປະ​ເທດ​ເພື່ອນ​ມິດ.


ຂ່າວ/ບົດ​ອື່ນ