ລັດຖະບານດຳເນີນກອງປະຊຸມສະໄໝສາມັນປະຈຳເດືອນ 8 ປີ 2015
(ພາບ: VGP/NhatBac)
(vovworld) – ຕອນເຊົ້າວັນທີ 31/8 ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນ 8/2015 ຂອງລັດຖະບານ ຫວຽດນາມ. ຕາມບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນຢູ່ທີ່ກອງວາລະປະຊຸມ, ໃນ 8 ເດືອນຕົ້ນປີ 2015, ເສດຖະກິດມະຫາພາກເປັນປົກກະຕິ, ການສົ່ງອອກສາມາດຮັກສາໄດ້ທ່າເຕີບໂຕ, ຊີວິດສັງຄົມສືບຕໍ່ໄດ້ຮັບປະກັນ; ສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍສັງຄົມໄດ້ຮັບການຮັກສາຢ່າງໝັ້ນຄົງ.
ກອງປະຊຸມປະຈຳເດືອນ 8 ຂອງລັດຖະບານໄດ້ດຳເນີນໃນລະຫວ່າງວັນທີ 30/8 – 1/9. ບັນດາສະມາຊິກລັດຖະບານ ສະຫງວນວັນທີ 31/8 ເພື່ອສຸມໃສ່ປຶກສາຫາລື ແລະ ເຫັນດີເປັນເອກະພາບບັນດາມາດຕະການສຸມໃສ່ຊີ້ນຳ ແລະ ບໍລິຫານໃນຊຸມເດືອນທ້າຍປີ ເພື່ອປະຕິບັດບັນດາຄາດໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ທີ່ໄດ້ວາງອອກໃນປີນີ້; ພ້ອມທັງຄາດຄະເນຄວາມສາມາດປະຕິບັດແຜນການພັດທະນາເສດຖະກິດສັງຄົມປີ 2015; ສ້າງແຜນພັດທະນາເສດຖະກິດ - ສັງຄົມປີ 2016. ລັດຖະບານກໍພິຈາລະນາ, ຕີລາຄາສະພາບການປະຕິບັດແຜນງົບປະມານແຫ່ງລັດປີ 2015; ແຜນການລົງທຶນແຫ່ງລັດໄລຍະກາງ 2016 – 2020; ແຜນນະໂຍບາຍລົງທຶນໂຄງການຈຸດໝາຍໄລຍະ 2016 – 2020 ແລະ ໝາກຜົນແຫ່ງການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ໃນ 8 ເດືອນຕົ້ນປີ 2015.