(vovworld) – ນາຍົກລັດຖະມົນຕີຫາກໍ່ຕົກລົງ ກ່ຽວກັບການໃຫ້ກູ້ຢືມທຶນສິນເຊື່ອສຳລັບຄອວຄົວໃກ້ຈະຖືກຈັດໃນເປົ້າໝາຍຄອບຄົວທຸກຍາກ. ຕາມນັ້ນແລ້ວ, ນັບແຕ່ວັນທີ 16/4/2013, ຄອວຄົວໃກ້ຈະຖືກຈັດໃນເປົ້າໝາຍຄອບຄົວທຸກຍາກ ຈະໄດ້ກູ້ຢືມທຶນບຸລິມະສິດ ເພື່ອຮັບໃຊ້ໃຫ້ການຜະລິດ, ດຳເນີນທຸລະກິດ. ນາຍົກລັດຖະມົນຕີ ໄດ້ມອບໝາຍໃຫ້ທະນາຄານນະໂຍບາຍສັງຄົມ ສ້າງແຜນການແຫຼ່ງທຶນໃນແຕ່ລະປີ ເພື່ອໃຫ້ບັນດາຄອວຄົວໃກ້ຈະຖືກຈັດໃນເປົ້າໝາຍຄອບຄົວທຸກຍາກກູ້ຢືມທຶນ. ລະດັບການໃຫ້ຢືມທຶນໂດຍທະນາຄານນະໂຍບາຍສັງຄົມ ແລະ ຄອວຄົວໃກ້ຈະຖືກຈັດໃນເປົ້າໝາຍຄອບຄົວທຸກຍາກ ປຶກສາຫາລື ແຕ່ບໍ່ເກີນລະດັບໃຫ້ກູ້ຢືມສູງສຸດເພື່ອຮັບໃຊ້ໃຫ້ແກ່ການຜະລິດ, ດຳເນີນທຸລະກິດໃນແຕ່ລະໄລຍະ. ກຳນົດເວລາໃຫ້ກູ້ຢືມທຶນ ໂດຍທະນາຄານນະໂຍບາຍສັງຄົມ ແລະ ຄອວຄົວໃກ້ຈະຖືກຈັດໃນເປົ້າໝາຍຄອບຄົວທຸກຍາກ ຕົກລົງນຳກັນທີ່ເໝາະສົມກັບໄລຍະເວລາການຜະລິດ, ດຳເນີນທຸລະກິດ ແລະ ຄວາມສາມາດຊຳລະໜີ້ຂອງຜູ້ກູ້ຢືມ.