ລັດຖະບານຕັດສິນໃຈສ້າງການຫັນປ່ຽນຢ່າງຈະແຈ້ງໃນວຽກງານສ້າງກົດໝາຍ
ນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ
(ພາບປະກອບ)
(vovworld) – ວັນທີ 25/12, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເປັນປະທານກອງປະຊຸມລັດຖະບານມີຫົວເລື່ອງສະເພາະກ່ຽວກັບວຽກງານສ້າງກົດໝາຍ. ລັດຖະບານຢື່ນຢັນຄວາມຕັດສິນໃຈສ້າງການຫັນປ່ຽນຢ່າງຈະແຈ້ງໃນວຽກງານຍົກສູງຄຸນນະພາບສ້າງບັນດາເອກະສານນິຕິກຳ ແລະ ບໍ່ປະໃຫ້ສະພາບສົບສົນດ້ານເອກະສານແກ່ຍາວ. ໃນປີ 2014, ອົງການທຽບເທ່ົາກະຊວງຈະສົມທົບກັນປັບປຸງ ແລະ ລັດຖະບານຈະຍືນສະເໜີຕໍ່ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດແມ່ນຮ່າງກົດໝາຍ 34 ສະບັບ ແລະ ລັດຖະບັດຍັດ 2 ສະບັບ. ນອກຈາກນັ້ນ, ຍັງມີຮ່າງກົດໝາຍຫຼາຍສະບັບອາດຈະຍືນສະເໜີຕາມມະຕິຂອງຄະນະປະຈຳສະພາແຫ່ງຊາດ, ເພື່ອຜັນຂະຫຍາຍປະຕິບັດລັດຖະທຳມະນູນສະບັບປັບປຸງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຮຽກຮ້ອງໃຫ້ບັນດາກະຊວງ, ອົງການທຽບເທ່ົາກະຊວງຈຶ່ງວາງແຜນນະໂຍບາຍຖືກກັບຕົວຈິງ, ພ້ອມທັງສຸມໃສ່ສ້າງກົງຈັກປະຕິບັດວຽກງານສ້າງກົດໝາຍໃຫ້ສົມບູນແບບ, ພິເສດແມ່ນເພີ່ມທະວີຖັນແຖວພະນັກງານວິຊາການສ້າງກົດໝາຍ.
ທີ່ວາລະປະຊຸມ, ບັນດາສະມາຊິກລັດຖະບານປະກອບຄຳເຫັນກ່ຽວກັບບາງມາດຕະການຜັນຂະຫຍາຍປະຕິບັດລັດຖະທຳມະມູນສະບັບປັບປຸງປີ 2013, ປະກອບຄຳເຫັນເຂົ້າໃນບັນຫາຕ່າງໆທີ່ຍັງມີຄວາມເຫັນທີ່ແຕກຕ່າງກັນໃນຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫະລິມະຊັບ ສະບັບປັບປຸງ, ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການສອນວິຊາຊີບ, ຮ່າງກົດໝາຍວ່າດ້ວຍການປະກັນສັງຄົມສະບັບປັບປຸງ ແລະ ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການບິນພົນລະເຮືອນ ຫວຽດນາມ.