ນະຄອນຫຼວງຮ່າໂນ້ຍ
(ພາບ:dantri.com.vn)
(vovworld) - ໃນວັນທີ 7-8/8, ລັດຖະບານໄດ້ດຳເນີນກອງປະຊຸມກ່ຽວກັບວຽກງານສ້າງກົດໝາຍ. ລັດຖະບານໄດ້ສຸມໃສ່ປຶກສາຫາລື, ປະກອບຄວາມເຫັນຫຼາຍຢ່າງກ່ຽວກັບການສ້າງຮ່າງກົດໝາຍສຳຄັນ 8 ສະບັບ, ພິເສດແມ່ນຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍນະຄອນຫຼວງ. ໃບສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ແມ່ນໜຶ່ງໃນຈຳນວນຮ່າງກົດໝາຍທີ່ສຳຄັນ 8 ສະບັບ ທີ່ບັນດາສະມາຊິກໃນຄະນະລັດຖະບານສຸມໃສ່ປະກອບຄວາມເຫັນທີ່ກອງປະຊຸມນີ້. ບົນພື້ນຖານເຫັນດີເຫັນພ້ອມສູງວ່າ ການປະກາດໃຊ້ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ແມ່ນມີຄວາມຈຳເປັນ, ເພື່ອແນໃສ່ແກ້ໄຂຄວາມຈຳກັດ, ສ້າງລັກສະນະຄົບຊຸດ, ເປັນເອກະພາບໃນລະບົບກົດໝາຍກ່ຽວກັບທີ່ດິນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງໃນການຄຸ້ມຄອງ, ນຳໃຊ້ທີ່ດິນ, ສອດຄອງກັບກົນໄກ, ລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ ແລະ ເຊື່ອມຕົວເຂົ້າກັບສາກົນ.
ນອກນັ້ນ, ໃນໃບສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍນະຄອນຫຼວງ, ບັນດາສະມາຊິກໃນຄະນະລັດຖະບານກໍ່ເອົາໃຈໃສ່ທີ່ສຸດເຖິງການຄຸ້ມຄອງຊຸມຊົນ. ສະມາ ຊິກສ່ວນຫຼາຍໃນຄະນະລັດຖະບານຖືວ່າ ຄວນນຳໃຊ້ມາດຕະການບໍລິຫານຈຳນວນໜຶ່ງເພື່ອຈຳກັດການຈົດທະບຽນອາໄສເປັນປະຈຳຢູ່ ຮ່າໂນ້ຍ, ປະກອບສ່ວນຈຳກັດຈຳນວນພົນລະເມືອງຢູ່ໃນນະຄອນຫຼວງ.
ແລະກໍ່ຢູ່ທີ່ກອງປະຊຸມ, ລັດຖະບານໄດ້ຮັບຟັງ ແລະ ປະກອບຄວາມເຫັນ ຕໍ່ໃບສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍການສຶກສາປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຢີ (ສະບັບປັບປຸງ); ກົດໝາຍວ່າດ້ວຍວຽກເຮັດງານທຳ; ກົດໝາຍວ່າດ້ວຍໄກ່ເກ່ຍປອງດອງ; ກົດໝາຍວ່າດ້ວຍສຳມະໂນຄົວ ແລະ ກົດໝາຍວ່າດ້ວຍຕ້ານສໍ້ລາດບັງຫຼວງ (ສະບັບປັບປຸງ). ທີ່ກອງປະຊຸມ, ກະຊວງຍຸຕິທຳກໍ່ໄດ້ລາຍງານສະພາບການຮຽບຮຽງ, ຍື່ນສະເໜີບັນດາຮ່າງກົດໝາຍ, ລັດຖະບັນຍັດຂອງລັດຖະບານ.