ລັດຖະບານຢູແກຼນແລະ ກຳລັງທ່ວງເອົາເອກະລາດ ບັນລຸໄດ້ຂໍ້ຕົກລົງ ຢຸດຍິງສະບັບໃໝ່
(ພາບ: AFP-TTXVN)
(vovworld)– ວັນທີ 4/12, ລັດຖະບານຢູແກຼນ ແລະ ກຳລັງທ່ວງເອົາເອກະລາດ ປະກາດວ່າບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບຂໍ້ຕົກລົງຢຸດຍິງສະບັບໃໝ່ຢູ່ລຽບຕາມເຂດສູ້ຮົບທາງທິດຕາເວັນອອກແຕ່ວັນທີ 9/12. ທ່ານປະທານາທິບໍດີຢູແກຼນ Petro Poroshenko ໃຫ້ຮູ້ວ່າ: ບັນດາມາດຕາໃນຂໍ້ຕົກລົງຢຸດຍິງສະບັບໃໝ່ລວມມີບັນຫາສັນຕິພາບ ບັນລຸໄດ້ນະຄອນຫຼວງ Minsk ຂອງເບລາຣຸດ ໃນວັນທີ 5/9. ສ່ວນທ່ານ Andrey Purgin ປະທານສະພາແຫ່ງຊາດ ສ.ປະຊາຊົນ Donetsk ຂະໜານນາມເອງ ກໍ່ຮັບຮູ້ກ່ຽວກັບຂໍ້ຕົກລົງຢຸດຍິງເຊັ່ນດຽວກັນ.
ໃນວັນດຽວກັນ, ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງຂອງ OSCE ຢູ່ Basel ປະເທດສະວິດ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດລັດເຊຍ ເນັ້ນໜັກວ່າ OSCE ຄວນເພີ່ມທະວີບັນດາຄວາມມານະພະຍາຍາມເພື່ອແນໃສ່ຫລຸດຜ່ອນການປະທະກັນຢູ່ ຢູແກຼນ./.