ລັດຖະບານລາວ ຮັບຮູ້ບັນດາການປະກອບສ່ວນຂອງຄະນະນັກການທູດຫວຽດນາມ ຢູ່ຊີແນວ
ລັດຖະບານລາວ ຮັບຮູ້ບັນດາການປະກອບສ່ວນຂອງ
ຄະນະນັກການທູດຫວຽດນາມ ຢູ່ຊີແນວ
(ພາບ: vietnamplus.vn)
(vovworld) – ວັນທີ 05/12, ທ່ານເອກອັກຄະລັດຖະທູດລາວ ທອງຜ່ານ ສະຫວັນເພັດ ຢູ່ເຊີແນວ, ໄດ້ປະດັບຫຼຽນໄຊມິດຕະພາບ ແລະ ມອບໃບຍໍ້ອງຍໍຂອງລັດຖະບານລາວ ໃຫ້ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຈຸງແທ່ງ, ຫົວໜ້າຄະນະນັກການທູດຫວຽດນາມ ຢູ່ສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະ ບັນດາອົງການສາກົນອື່ນໆຢູ່ເຊີແນວ, ພາຍຫຼັງທີ່ການປະກອບສ່ວນຢ່າງຕັ້ງໜ້າຫຼາຍຢ່າງຂອງຄະນະນັກການທູດຫວຽດນາມ ຢູ່ເຊີແນວ ໃນຕະຫຼອດໄລຍະທີ່ສປປ.ລາວ ຍື່ນໃບສະເໜີຂໍ້ເຂົ້າເປັນສະມາຊິກ WTO. ທ່ານເອກອັກຄະລັດຖະທູດ ຫງວຽນຈຸງແທ່ງ ໄດ້ສະແດງຄວາມຊາບຊຶງຕໍ່ການຮັບຮູ້ຂອງລັດຖະບານລາວ, ພ້ອມທັງເນັ້ນໜັກວ່າ, ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າ, ພວມ ແລະ ຈະໄດ້ຮັບການເພີ່ມພູນຄູນສ້າງຈາກຄະນະນັກການທູດ 2 ປະເທດປະຈຳເຊີແນວ ໃຫ້ນັບມື້ນັບໝັ້ນຄົງ ແລະ ແຕກດອກອອກຜົນ.