ລັດຖະບານລາວຮັບຮອງເອົານະໂຍບາຍຊົດເຊີຍໃຫ້ແກ່ຜູ້ປະສົບເຄາະຮ້າຍ ກໍລະນີອ່າງເກັບນ້ຳເຂື່ອນໄຟຟ້າແຕກ

(VOVWORLD) - ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃຫ້ຮູ້ວ່າ ໄພພິບັດຄັ້ງນີ້ບໍ່ແມ່ນຜົນຮ້າຍຂອງທຳມະຊາດ
ລັດຖະບານລາວຮັບຮອງເອົານະໂຍບາຍຊົດເຊີຍໃຫ້ແກ່ຜູ້ປະສົບເຄາະຮ້າຍ ກໍລະນີອ່າງເກັບນ້ຳເຂື່ອນໄຟຟ້າແຕກ - ảnh 1 ພາບປະກອບ

ປະຊາຊົນຜູ້ຖືກຜົນສະທ້ອນຍ້ອນອຸບັດເຫດອ່າງເກັບນ້ຳເຂື່ອນເຊປຽນ - ເຊນ້ຳນ້ອຍ ທີ່ເມືອງສະໜາມໄຊ ແຂວງ ອັດຕະປື ພາກໃຕ້ ສປປ ລາວ ແຕກ ອາດໄດ້ຮັບການຊົດເຊີຍຄົບຖ້ວນເມື່ອລັດຖະບານກຳນົດວ່າ ອຸບັດເຫດຄັ້ງນີ້ບໍ່ແມ່ນໄພພິບັດທາງທຳມະຊາດ. ໂດຍກ່າວໃນກອງປະຊຸມຂອງຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ໃນວັນທີ 1 ສິງຫາເພື່ອປຶກສາຫາລືກ່ຽວກັບມາດຕະການຊ່ວຍເຫຼືອຜູ້ປະສົບຄາຮ້າຍໃນຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃຫ້ຮູ້ວ່າ ໄພພິບັດຄັ້ງນີ້ບໍ່ແມ່ນຜົນຮ້າຍຂອງທຳມະຊາດ, ສະນັ້ນ ລະດັບການຊົດເຊີຍທີ່ຜູ້ປະສົບເຄາະຮ້າຍຈະໄດ້ຮັບອາດຈະສູງກວ່າລະດັບປົກກະຕິ. ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າສາຍເຫດກໍ່ໃຫ້ເກີດນ້ຳຖ້ວມແມ່ນຍ້ອນອ່າງເກັບນ້ຳເຂື່ອນໄຟຟ້າແຕກ.

ທ່ານ ດາວວົງ ພອນແກ້ວ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ ກອງປະຊຸມໄດ້ເປັນເອກະພາບບົນຫຼັກການລະດັບການຊົດເຊີຍຈະຕ່າງກັບປົກກະຕິ ທີ່ຜູ້ປະສົບເຄາະຮ້າຍຈະໄດ້ຮັບຍ້ອນໄພທຳມະຊາດ. ບັນດາເຮືອນພັກຊົ່ວຄາວສຳລັບປະຊາຊົນເຂດທີ່ໄດ້ຮັບຜົນກະທົບຈະໄດ້ຮັບການກໍ່ສ້າງ ແລະ ສຳເລັດໃນໄລຍະ 2 ເດືອນຕໍ່ໜ້າ.

ອຸບັດເຫດເຂື່ອນ ເຊປຽນ-ເຊນ້ຳນ້ອຍແຕກເມື່ອວັນທີ 23 ກໍລະກົດ, ເຮັດໃຫ້ 6 ບ້ານຂອງເມືອງສະໜາມໄຊ ແຂວງອັດຕະປື ຖືກຕິດຄ້າງທັງໝົດ. ຫຼາຍຄົນຖືກສູນຫາຍຫຼັງຈາກເຫດການນີ້. ລັດຖະບານລາວກຳລັງປະສານສົມທົບກັບຄະນະປະຕິບັດງານທັງພາຍໃນ ແລະ ຕ່າງປະເທດ ເພື່ອສູ້ຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸບັດເຫດດັ່ງກ່າວ, ຊ່ວຍເຫຼືອປະຊາຊົນເຂດຖືກຜົນກະທົບໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ