(vovworld) - ໂດຍສືບຕໍ່ກອງປະຊຸມຂອງລັດຖະບານ ດ້ວຍຫົວຂໍ້ສ້າງກົດໝາຍ, ຕອນເຊົ້າວັນທີ 13 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢຸງ ພ້ອມກັບບັນດາສາມາຊິກລັດຖະບານໄດ້ປຶກສາຫາລື, ປະກອບບັນດາຄຳເຫັນສ້າງຮ່າງກົດໝາຍບາງສະບັບທີ່ສຳຄັນ. ໜຶ່ງໃນບັນດາຮ່າງກົດໝາຍ ທີ່ໄດ້ຮັບຄວາມສົນໃຈຂອງສະມາຊິກລັດຖະບານຫຼາຍທ່ານ ແມ່ນ ຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ). ເຕື້ອງເຖິງບັນດາເນື້ອໃນລະອຽດໃນຮ່າງກົດໝາຍດັ່ງກ່າວ, ບັນດາສະມາຊິກລັດຖະບານ ໄດ້ສຸມໃສ່ປຶກສາຫາລືບັນດາບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນທີ່ກ່ຽວຂ້ອງເຖິງການສ້າງແຜນກຳນົດສິ່ງແວດລ້ອມ; ຕີລາຄາຜົນກະທົບເຖິງສິ່ງແວດລ້ອມ; ຈັດຕັ້ງການປົກປັກຮັກສາເຂດອາງແມ່ນ້ຳລະຫວ່າງແຂວງ...
ແລະກໍໃນຕອນເຊົ້າວັນດຽວກັນ, ບັນດາສະມາຊິກລັດຖະບານ ໄດ້ຮັບຟັງ ແລະ ໃຫ້ຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີ່ມ ບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການສົມລົດ ແລະ ຄອບຄົວ. ບັນດາສະມາຊິກລັດຖະບານໄດ້ປຶກສາຫາລືກ່ຽວກັບບາງບັນຫາສຳຄັນຄື: ຮີດຄອງປະເພນີໃນການສົມລົດ ແລະ ຄອບຄົວ; ເງື່ອນໄຂເພື່ອສົມລົດ, ການສົມລົດເພດດຽວ... ບັນດາສະມາຊິກລັດຖະບານກໍປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍທະບຽນສານ ແລະໃຫ້ຄຳເຫັນປັບປຸງປະມວນກົດໝາຍແພ່ງປີ 2005.