ລັດຖະບານສາມັກຄີຊົນຊາດຮັບເອົາ3ກະຊວງຕື່ມອີກ

ລັດຖະບານສາມັກຄີຊົນຊາດຮັບເອົາ3ກະຊວງຕື່ມອີກ - ảnh 1
(ພາບປະກອບ/TTXVN)

(vovworld) - ວັນ​ທີ 25/4, ລັດຖະບານສາມັກຄີ​​ຊົນຊາດ​ຂອງ ​ລີ​ບີ ​ໄດ້​ຄວບ​ຄຸມ​ບາງ​ກະຊວງຕື່ມ​ອີກ​ຢູ່​ນະຄອນຫຼວງ Tripoli, ​ເຊິ່ງລວມມີ​ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ແຜນການ ​ແລະ ກະຊວງ​ໂຄສະນາ​ສຶກສາ, ​ໃນ​ສະຖານະ​ການ​ທີ່​ອົງການ​ບໍລິຫານ​ໃໝ່​ພວມ​ມານະ​ພະຍາຍາມ​ຢືນຢັນສິດ​ອຳນາດ​. ​ກ່ອນ​ໜ້າ​ນັ້ນ, ວັນ​ທີ 18/4, ລັດຖະບານສາມັກຄີ​​ຊົນຊາດ​ຂອງ ​ລີ​ບີ ​ໄດ້​ຮັບ​ເອົາ​ກະຊວງ​ຄົມມະນາຄົມ​, ກະຊວງ​ບັນດາ​ບັນຫາ​ສັງຄົມ, ກະຊວງ​ສິ່ງ​ແວດ​ລ້ອມ ​ແລະ ກະຊວງ​ຊາວ​ໜຸ່ມ ​ແລະ ກິລາ.

ປະຊາ​ຄົມ​ສາກົນ​ຕີ​ລາຄາວ່າ ລັດຖະບານສາມັກຄີ​​ຊົນຊາດຂອງ ​ລີ​ບີ ​ແມ່ນ​ມາດ​ຕະການ​ດີ​ທີ່​ສຸດ​ໃຫ້​ວິວັດທະນາ​ການ​ດ້ານການ​ເມືອງ​ຢູ່​ລີ​ບີ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ມາ​ຮອດ​ປະຈຸ​ບັນ, ສະພາ​ແຫ່ງ​ຊາດທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ສາກົນຂອງ​ລີ​ບີນັ້ນຍັງ​ບໍ່​ທັນປ່ອນບັດໃຫ້ສັດຕະຍາບັນ​ແກ່ລັດ ຖະບານສາມັກຄີ​​ ຊົນຊາດ​ຂອງ ​ລີ​​ບີ​ຢ່າງ​ເປັນ​ທາງ​ການເທື່ອ.

ຂ່າວ/ບົດ​ອື່ນ